ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ​ພົນ​ຕີ ອ່ອນ​ສີ ​ແສ​ນສຸກ ຕ້ອນຮັບ​
ເອກ​ອັກ​ຄະ​ລາດຊະທູດ ​ອົດ​ສະ​ຕາ​ລີ​ ເຂົ້າ​ຢ້ຽມ​
ຂ່ຳນັບ

     ວັນທີ 17 ມີນາ 2017 ນີ້ ຢູ່ທີ່ກະຊວງປ້ອງກັນປະເທດທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້
ຕ້ອນຮັບ ທ່ານ ຈອນ ວິນລຽມ ເອກອັກຄະລາດຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດ ອົດສະຕາລີ ປະຈຳລາວ ພ້ອມດ້ວຍທີ່ປຶກສາທູດ ປ້ອງກັນ ຊາດ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດທີ່ ພັນເອກ ດາເຣັນ ເຄີ ທີ່ປຶກສາທູດຝ່າຍປ້ອງກັນຊາດ ອົດສະຕາລີ ປະຈຳລາວຜູ້ເກົ່າໝົດວາລະການດຳລົງຕຳແໜ່ງ ທີ່ ປຶກສາທູດປ້ອງກັນຊາດ ແລະມອບໃຫ້ ພັນເອກ ນາງ ເນ ໂຣລີ້ ໄອຣິນ ແມັກໂດໂນ້ ທີ່ປຶກສາທູດຝ່າຍ ປ້ອງກັນຊາດຜູ້ໃຫມ່.

        
                   ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຕ້ອນຮັບ ທ່ານ ຈອນ ວິນລຽມ ເອກອັກຄະລາດຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ປະເທດ ອົດສະຕາລີ ປະຈຳລາວ

     ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທ່ານທີ່ປຶກສາທູດ ຝ່າຍປ້ອງກັນຊາດອົດສະຕາລີຜູ ້ເກົ່າທີ່ໄດ້
ໃຫ້ການຮ່ວມມືຊ່ວຍເຫຼືອທາງດ້ານການສ້າງຊັບພະຍາກອນມະນຸດທາງດ້ານຂະແໜງພາສາອັງກິດໃຫ້ແກ່ພະນັກງານໃນກອງທັບປະຊາຊົນລາວ ຕະຫຼອດ
ມາ ແລະຫວັງຢ່າງ ຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຮ່ວມມືກັບທ່ານທີ່ປຶກສາທູດ ຝ່າຍປ້ອງກັນຊາດຜູ້ໃໝ່ບໍ່ວ່າຈະເປັນດ້ານການຊ່ວຍເຫຼືອເສດຖະກິດ, ວັດ
ທະນະທຳ ແລະວຽກງານອື່ນໆທີ່ກ່ຽວຂ້ອງຕາມ ການຮ່ວມມືທັງສອງຝ່າຍ ແລະໃນ​ໂອກາດດຽວກັນນັ້ນ ທ່ານເອກອັກຄະລັດຖະທູດອົດສະຕາລີ ແລະທີ່ປຶກ
ສາທູດຝ່າຍປ້ອງກັນຊາດ ຍັງໄດ້ເຂົ້າພົບທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ.