ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ


ມອບ-ຮັບໜ້າທີ່ຫົວໜ້າກົມຈັດຕັ້ງພັກ

     ໃນວັນທີ 20 ກຸມພາ ນີ້, ກົມຈັດຕັ້ງພັກກົມໃຫຍ່ການເມືອງ ກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າ ກົມຈັດຕັ້ງພັກ ລະຫວ່າງ ສະຫາຍ ພົນຈັດຕະວາ ວໍລະສານ
ວິລັດດາວົງ ຫົວໜ້າ ກົມຈັດຕັ້ງພັກ, ກົມໃຫຍ່ການເມືອງ ກອງທັບ ຜູ້ເກົ່າ ແລະ ສະຫາຍ ພັນເອກ ແສງມະນີວອນ ຄໍາມະນີ ຫົວໜ້າ ກົມຈັດຕັ້ງພັກຜູ້ໃໝ່, ໂດຍການເຂົ້າ
ຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງ ຫົວໜ້າ ກົມໃຫຍ່ການເມືອງ ກອງທັບ, ມີຕາງໜ້າ ກົມ, ຫ້ອງການ ພ້ອມດ້ວຍພະແນກການທີ່ກ່ຽວ
ຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ລາຍງານສັງລວມ ແຕ່ລະໜ້າວຽກ ຂອງກົມ ເປັນຕົ້ນແມ່ນທີ່ຕັ້ງ, ພາລະບົດບາດຂອງກົມ, ເປັນ ໃຈກາງ ໃນການ
ຄົ້ນຄວ້ານິຕິກໍາ ກໍ່ສ້າງພັກ ຂອງຄະນະພັກກະຊວງປ້ອງກັນ ປະເທດ, ເຮັດໃຫ້ການສ້າງພັກ ໃນກອງທັບຖືກຕ້ອງຕາມ ແນວທາງຂອງພັກ ແລະ ນັບມື້ ມີບົດບາດທົ່ວກອງ
ທັບ, ການຈັດຕັ້ງພັກແຕ່ລະຂັ້ນຮູ້ນໍາພາເຄື່ອນໄຫວ ວຽກງານກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຢ່າງຖືກຕ້ອງ, ເປັນເຈົ້າການໃນການສ້າງແຜນວຽກ, ສ້າງບົດສະຫຼຸບ,
ປະຕິບັດການສະຫຼຸບລາຍງານຂົງເຂດ ວຽກງານກໍ່ສ້າງພັກ ເປັນແຕ່ລະ ໄລຍະ ໃຫ້ຄະນະພັກກະຊວງ, ຄະນະຈັດຕັ້ງສູນກາງພັກ ໃນ ການຕອບສະໜອງຂໍ້ມູນສະຖິຕິ, ຄັງ
ເງິນຂອງພັກ, ການອອກບັດ-ມອບບັດສະມາຊິກພັກຢ່າງເປັນ ລະບົບ. ເອົາໃຈໃສ່ຕິດຕາມຊຸກຍູ້ບັນດາຄະນະພັກ, ການໂຄສະນາມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າພັກ,
ການສ້າງຂະບວນການ ກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນ ກັບການສ້າງກອງ 3 ປອດ, ສ້າງກອງວັດທະນະທໍາ, ເຮັດໃຫ້ວຽກງານດັ່ງກ່າວກາຍເປັນ
ສະຕິຄວາມຮັບຜິດຊອບຂອງ ທຸກພາກສ່ວນຢ່າງເປັນຂະບວນການ ກວ້າງຂວາງ ຢ່າງຕໍ່ເນື່ອງ. ເປັນເຈົ້າການຕິດຕາມຊຸກຍູ້ກ່ຽວກັບການກະກຽມ ແລະ ດໍາເນີນ ກອງປະ
ຊຸມໃຫຍ່ຂອງພັກຖືກ ຕ້ອງຕາມລະບຽບຫຼັກການ, ຂັ້ນຕອນຂອງກອງປະຊຸມພັກ; ລະບົບການຈັດຕັ້ງແຕ່ຂັ້ນຮາກຖານພັກຮອດຄະນະພັກລ້ວນ ແຕ່ຖືກຕ້ອງຕາມໂຄງປະ
ກອບ, ທຸກການຈັດຕັ້ງລ້ວນແຕ່ມີລະບົບຄະນະພັກນໍາພາ, ມີຄວາມສະຫງົບ, ເຊິ່ງເປັນຄັນທຸງໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງ, ການພັດທະນາກົມກອງມີທ່າອ່ຽງ
ດີຂຶ້ນ. ເອົາໃຈໃສ່ຄົ້ນ ຄວ້າດັດແປງປັບປຸງເອກະສານ ວຽກງານພັກ-ວຽກງານການເມືອງ ໃນທົ່ວກອງທັບ, ສາມາດ ເປັນຄູ່ມືຮັບໃຊ້ການເຄື່ອນໄຫວກໍ່ສ້າງວຽກງານພັກ
ທີ່ເປັນເອກະພາບ ໃນລະດັບອັນແນ່ນອນ, ດໍາເນີນການເຝິກອົບຮົມໃຫ້ຖັນແຖວພະນັກງານເຮັດວຽກງານຈັດຕັ້ງພັກ, ອົບຮົມກວດສອບຖັນແຖວ ເລຂາ-ຮອງເລຂາ, ກໍາ
ມະການຂັ້ນຮາກຖານ ໄດ້ຫຼາຍຄັ້ງ; ຜ່ານຈາກການເຝິກ ອົບຮົມສາມາດຍົກລະດັບ ຄວາມຮັບຮູ້ເຂົ້າໃຈໃນດ້ານທິດສະດີຫຼັກການ, ເຮັດໃຫ້ການປະຕິບັດຕົວຈິງຂອງພະ
ນັກງານຈັດຕັ້ງພັກ, ເລຂາ-ຮອງເລຂາ ມີຄວາມເປັນເອກະພາບ ໃນລະດັບດີພໍສົມຄວນ. ສໍາລັບວຽກງານພາຍໃນ ຄະນະໜ່ວຍພັກ, ຄະນະກົມສະແດງຄວາມເປັນແບບ
ຢ່າງ, ຕະຫຼອດຮອດພະນັກງານ , ສະມາຊິກພັກ ມີຄວາມສາມັກຄີ, ຄວາມເປັນປຶກແຜ່ນ, ພະນັກງານ, ສະມາຊິກພັກຮັບຮູ້ ແລະ ເຂົ້າໃຈໃນວຽກຂອງຕົນ, ມີຄວາມຮັບ
ຜິດຊອບ, ກົມກອງບໍ່ມີປາກົດການຫຍໍ້ທໍ້, ຕັ້ງໜ້າກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ໄດ້ຫຼາຍຄັ້ງຕິດຕໍ່ກັນ, ປັບປຸງລະບົບລະບຽບການປະຕິ
ບັດໜ້າທີ່ການພັດທະນາຫ້ອງ ການເຂົ້າສູ່ລະບົບ, ເຄື່ອນໄຫວ ເຮັດວຽກໃຫ້ຄະນະພັກກະຊວງ, ກົມໃຫຍ່ການເມືອງກອງທັບ, ຕິດພັນກັບກົມກອງ, ອົງການ ກ່ຽວຂ້ອງ
ເຮັດໃຫ້ວຽກງານ ໄດ້ຮັບຜົນສໍາເລັດຕະຫຼອດມາ. ເພື່ອເປັນພື້ນຖານບ່ອນອີງໃຫ້ ແກ່ສະຫາຍທີ່ມາຮັບໜ້າທີ່ໃໝ່ໄດ້ ສືບຕໍ່ຊີ້ນໍາ-ນໍາພາໃນຕໍ່ໜ້າເຮັດ ໃຫ້ການເຄື່ອນໄຫວ
ວຽກງານມີການຮັບປະກັນດີ.

     ຈາກນັ້ນກໍໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ລະຫວ່າງຫົວ ໜ້າກົມຈັດຕັ້ງຜູ້ເກົ່າ ແລະ ຫົວໜ້າ ກົມຈັດຕັ້ງຜູ້ໃໝ່.

     ໂອກາດນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການ ຊີ້ນຳ-ນຳພາຂອງຕົນຕໍ່ໜ້າທີ່ ການ
ເມືອງທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນໍາພາ, ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ປະຕິບັດຕາມ
ຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ ແບ່ງໃຫ້ບຸກຄົນຮັບຜິດຊອບເພື່ອ ພ້ອມກັນເຮັດສຳເລັດໜ້າທີ່ການ ເມືອງຂອງກົມກອງຕາມການ ຈັດຕັ້ງຂັ້ນເທິງມອບ
ໝາຍໃຫ້.