ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມ
ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X


ພົນຕີ ສອນທອງ ພົມລາວົງ ເປັນປະທານຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X

     ໃນວັນທີ 20 ກຸມພາ 2019 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ພະ
ນັກງານຫຼັກແຫຼ່ງທົ່ວ ກມທ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງກົມ, ຫ້ອງການ ແລະ ກົມກອງທີ່ຂຶ້ນກັບເຂົ້າຮ່ວມ.

     ໃນໂອກາດເປີດກອງປະຊຸມສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວວ່າ: ການເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X
ໃນຄັ້ງນີ້ມີ 2 ເນື້ອໃນຕົ້ນຕໍຄື: ມະຕິວ່າດ້ວຍເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາ
ພາກ ແລະ ມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາ ຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ການເປີດບັ້ນດຳເນີນກອງປະຊຸມເຊື່ອມຊຶມ
ມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເພື່ອເຮັດໃຫ້ພະນັກງານຫຼັກ ແຫຼ່ງທົ່ວ ກມທ ເຊື່ອມຊຶມ
ກຳແໜ້ນ, ຮັບຮູ້ເຂົ້າໃຈແຈ້ງເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ ໂດຍສະເພາະຂົງເຂດວຽກງານການເພີ່ມທະວີການນຳພາແກ້ໄຂຄວາມ
ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ, ການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້
ເຂັ້ມແຂງໜັກແໜ້ນບົນພື້ນຖານດັ່ງກ່າວນີ້, ເປັນການຍົກສູງທັດສະນະຫຼັກໝັ້ນ, ມີຄຸນທາດການເມືອງທີ່ໜັກແໜ້ນ, ປັບປຸງແກ້ໄຂດ້ານອ່ອນຄົງຄ້າງ, ຕ້ານການສໍ້ລາດບັງ
ຫຼວງ, ເປັນເຈົ້າການຕອບຕ້ານກົນອຸບາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ປັບປຸງແບບແຜນວິທີເຮັດວຽກດຳລົງຊີວິດປອດໃສຂາວສະອາດ ພ້ອມ
ກັນສູ້ຊົນປະຕິບັດໜ້າທີ່ການເມືອງຂອງກອງທັບ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ສຳເລັດຜົນ.