ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສືບຕໍ່ເຮັດໃຫ້ວຽກງານພະລາທິການມີໝາກຜົນສູງຂຶ້ນກວ່າເກົ່າ

     ໃນໂອກາດເຂົ້າຮ່ວມພິທີປິດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການທົ່ວກອງທັບປະຈໍາປີ 2017 ແລະ ວາງທິດທາງແຜນການປີ
2018, ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ກຸມພາ 2018 ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດ
ຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ເຮັດວຽກງານພະລາທິການເພື່ອຮັບປະກັນໃຫ້ກົມ
ກອງຂອງຕົນສາມາດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນນັ້ນກໍຕ້ອງຍົກສູງໃນການກໍ່ສ້າງພະນັກງານ-ວິຊາການ
ພະລາທິການໃຫ້ນັບມື້ເຂັ້ມແຂງ ແລະ ມີຄຸນນະພາບ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປິດກອງປະຊຸມສະຫຼຸບຖອດຖອນບົດຮຽນ
ວຽກງານພະລາທິການທົ່ວກອງທັບປະຈໍາປີ 2017 ແລະວາງທິດທາງແຜນການປີ 2018

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ກ່າວຕື່ມອີກວ່າ: ສໍາລັບວຽກງານທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃນປີ 2018 ມີຄື: ຄະນະພັກ-ຄະ
ນະບັນຊາທຸກຂັ້ນຕ້ອງເຊື່ອມຊຶມເລິກເຊິ່ງທັດສະນະເປັນເຈົ້າການໃນທຸກວຽກງານ, ເຊີດຊູຈິດໃຈເປັນເຈົ້າປະເທດຊາດໃຫ້ສູງສົ່ງ, ເສີມຂະຫຍາຍມູນເຊື້ອ 3
ໜ້າທີ່ໃຫຍ່ຂອງກອງທັບໃນເມື່ອກ່ອນຄື: ສູ້ຮົບເກັ່ງ, ຂົນຂວາຍກໍ່ສ້າງຮາກຖານເກັ່ງ ແລະ ເພີ່ມພູນເກັ່ງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງເອົາໃຈໃສ່
ຊີ້ນຳທຸກຂົງເຂດວຽກງານເປັນປົກກະຕິ ແລະ ເອົາໃຈໃສ່ປັບປຸງດ້ານວິຊາສະເພາະໃນການຍົກລະດັບຄວາມຮັບຜິດຊອບຂອງກອງທັບ ໃນການຈັດຕັ້ງປະຕິ
ບັດແນວທາງກໍ່ສ້າງເສດຖະກິດຂອງພັກ-ລັດວາງອອກ, ຕັ້ງໜ້າປະກອບສ່ວນຢ່າງແຂງແຮງເຂົ້າໃນໂຄງການແກ້ໄຂຄວາມທຸກຍາກຂອງລັດຖະບານ, ສ້າງໃຫ້
ກອງທັບຮັ່ງມີເຂັ້ມແຂງທາງດ້ານເສດຖະກິດ-ສັງຄົມ, ຕັ້ງໜ້າປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປາກົດ
ຜົນເປັນຈິງນັບແຕ່ຂັ້ນຮາກຖານຂຶ້ນມາ, ຕັ້ງໜ້າເປັນເຈົ້າການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຄຸ້ມຄອງຮັກສາພາຫະນະ, ວັດຖຸຕາມລະ
ບອບອັດຕາທີ່ທາງຂັ້ນເທິງກຳນົດ, ເປັນທ່າແຮງຍູ້ຂະບວນການຜະລິດໃຫ້ເຂັ້ມແຂງ ແລະ ກວ້າງຂວາງ, ເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມ
ຊ້ອນຂອງແຕ່ລະກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນຢ່າງສຸດຂີດ, ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ມີຄວາມສະຫງົບ ແລະ ໄດ້ຮັບການປົວແປງ
ດີຂຶ້ນຕາມລຳດັບ, ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານວິຊາສະເພາະພະລາທິການທາງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນແມ່ນການສຶກສາອົບຮົມທາງ
ດ້ານທັດສະນະການເມືອງ, ຄຸນສົມບັດ, ຄວາມຮູ້-ຄວາມສາມາດ, ຄວາມຊື່ສັດບໍລິສຸດ, ໂປ່ງໃສ, ຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກ, ສ້າງໃຫ້
ມີພະນັກງານສືບທອດປ່ຽນແທນຕໍ່ເນື່ອງ, ຕັ້ງໜ້າປັບປຸງລະບອບແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕໍ່ກັບການຊີ້ນຳ-ນຳພາຂົງ
ເຂດວຽກງານພະລາທິການໃຫ້ແທດເໝາະເຮັດວຽກເປັນໝູ່ຄະນະ, ລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບໃຫ້ລະອຽດຈະແຈ້ງ.