ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຖອດຖອນບົດຮຽນຜົນສຳເລັດການຊ້ອມຮົບຮ່ວມເຫຼົ່າຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ໃນວັນທີ 18 ທັນວາ 2019 ນີ້, ທີ່ກອງບັນຊາການທະຫານ ແຂວງຊຽງຂວາງ, ຄະນະຮັບຜິດຊອບຊີ້ນຳການຊ້ອມຮົບຮ່ວມເຫຼົ່າຮົບລົດຕັງ-ຍານເກາະ ລາວ-ຣັດເຊຍ
ໄດ້ຈັດກອງປະຊຸມສະຫຼຸດຖອດຖອນບົດຮຽນຜົນສຳເລັດຂອງການຊ້ອມຮົບຮ່ວມເຫຼົ່າຮົບລົດຕັງ-ຍານເກາະ ລາວ-ຣັດເຊຍ 2019, ໂດຍການເປັນ ປະທານຂອງ ສະຫາຍ
ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະຮັບຜິດຊອບ, ອະນຸກຳ
ມະການ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າ ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການ ກອງທັບ ຄະນະຮັບຜິດຊອບຊີ້ນຳການຊ້ອມຮົບຮ່ວມເຫຼົ່າຮົບ
ລົດຕັງ-ຍານເກາະ ລາວ-ຣັດເຊຍ 2019 ໄດ້ສະຫຼຸບຕີລາຄາຄືນຜົນງານດ້ານດີ-ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊ້ອມຮົບຄັ້ງນີ້, ເຊິ່ງໄດ້ສ້າງປະສົບການ
ໃຫ້ແກ່ນາຍທະຫານກອງທັບປະຊາຊົນລາວ ໂດຍສະເພາະແມ່ນບົດຮຽນທາງດ້ານເຕັກນິກ ວິຊາການ, ຄວາມຮູ້ທາງດ້ານສິລະປະການທະຫານ, ຍຸດທະວິທີ, ການສູ້ຮົບ
ແບບໃໝ່ທີ່ມີການປັບປຸງຮູບແບບທີ່ປະສົມປະສານເໝາະສົມກັບລັກສະນະຈຸດພິເສດພື້ນທີ່ພູມີປະເທດຕົວຈິງຂອງ ສປປ ລາວ, ຕະຫຼອດຮອດລະບຽບຫຼັກການ ເຮັດວຽກ
ຂອງຜູ້ບັນຊາໃນການຈັດຕັ້ງປະຕິບັດສູ້ຮົບ, ການເຮັດວຽກງານກະກຽມກໍາລັງ ແລະ ການນໍາໃຊ້ກໍາລັງສູ້ຮົບ ລົດຕັງ-ຍານເກາະ ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່, ຢູ່
ເທິງພູມີປະເທດຕົວຈິງດ້ວຍຫຼາຍຂະໜາດຫຼາຍລະດັບທີ່ແຕກຕ່າງກັນ ແລະ ທັງເປັນການອົບຮົມ-ຫັດແອບໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ຮູ້ຈັກນໍາໃຊ້
ພາຫະນະອາວຸດທີ່ທັນສະໄໝ ເຂົ້າໃນການສູ້ຮົບຢ່າງຊໍານິຊໍານານ ແລະ ຢັ້ງຢືນໃຫ້ເຫັນໝາກຜົນຂອງການຮ່ວມມື ແລະ ຄວາມສາມັກຄີມິດຕະພາບລະຫວ່າງສອງຊາດ
ສອງກອງທັບ ລາວ-ຣັດເຊຍ ນັບມື້ເພີ່ມທະວີ ແລະ ເຂົ້າສູ່ລວງເລິກ.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຊ້ອມຮົບເຫຼົ່າຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ 2019 ຄັ້ງນີ້ ເຊິ່ງ
ເປັນຄັ້ງປະຫັວດສາດຂອງກອງທັບປະຊາຊົນລາວ ທີ່ໄດ້ຊ້ອມຮົບຮ່ວມກັນກັບກອງທັບ ຣັດເຊຍ, ເຊິ່ງຕະຫຼອດໄລຍະການຫັດແອບຜ່ານມາ ຄະນະຮັບຜິດຊອບ ແຕ່ລະພາກ
ສ່ວນໄດ້ເອົາໃຈໃສ່ຊີ້ນຳການຫັດແອບຢ່າງເປັນເຈົ້າການ ແລະ ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກອຸປະສັກນາໆປະການ ເຮັດໃຫ້ການຊ້ອມຮົບຮ່ວມເຫຼົ່າຮົບ ລົດຕັງ-
ຍານເກາະ ລາວ-ຣັດເຊຍ ໄດ້ຮັບຜົນສຳເລັດສູງ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບຊີ້ນຳ ແລະ ພະນັກງານວິຊາການແຕ່ລະພາກສ່ວນ ຈົ່ງພ້ອມກັນກຳແໜ້ນບົດຮຽນ ວິ
ຊາສະເພາະຂອງຕົນທີ່ໄດ້ເຝິກແອບຮໍ່່າຮຽນນຳກອງທັບ ຣັດເຊຍ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ກົມກອງຂອງຕົນ ໃຫ້ແທດເໝາະກັບສະພາບຈຸດພິເສດຕົວຈິງ ແລະ
ໃຫ້ມີປະສິດທິຜົນສູງ.