ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງແຂ່ງຂັນນັກຮ້ອງສຽງດີທົ່ວກົມຂອງຕົນ

     ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 43 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ, ວັນ
ສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມ່ວນຊື່ນໃນວັນທີ 13 ທັນວາ 2018 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ
ກະຊວງປ້ອງກັນປະເທດ ໄດ້ຈັດພິທີແຂ່ງຂັນນັກຮ້ອງສຽງດີທົ່ວກົມຂອງຕົນຂຶ້ນເພ່ືອຊີງຂັນທ່ານຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໂດຍເປັນກຽດເຂົ້າ
ຮ່ວມຂອງສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີສະຫາຍຄະນະກຳມະການຈາກສິລະປະ ກອນກອງທັບ ແລະ
ພະນັກງານນັກຮົບເຂົ້າຮ່ວມຮັບຟັງ.


ພັນເອກ ສຸລິວັນ ແສງຈັນ ມອບລາງວັນຊະນະເລີດໃຫ້ແກ່ນັກຮ້ອງສຽງດ

     ການແຂ່ງຂັນໃນຄັ້ງນີ້, ມີນັກຮ້ອງສຽງດີເຂົ້າຮ່ວມແຂ່ງຂັນທັງໝົດ 14 ສະຫາຍ ແຂ່ງຂັນໃນລາຍການດຽວຄືຮ້ອງເພງດ່ຽວເພື່ອຊີງຂັນທ່ານຫົວໜ້າກົມ, ໃນກະຕິກາ
ທີ່ວ່າສຽງດີ, ຮ້ອງມ່ວນ, ຈັບຈັງຫວະດົນຕີໄດ້ດີ, ລີລາທ່າທີດີ ແລະ ແຕ່ງກາຍສຸພາບຮຽບຮ້ອຍ ຮ້ອງດີໃນຄະນະແນນເຕັມ 10 ຄະແນນ ຜ່ານການແຂ່ງຂັນຕົວຈິງຄົບຕາມ
ຈຳນວນ 14 ສະຫາຍ ຍິງ 3 ສະຫາຍ, ໄດ້ທີ 1 ວາທີ ທ້າວ ຂວັນໃຈ ພົມພິພາ ນັກຮ້ອງຈາກພະແນກວິທະຍາສາດສົ່ງເຂົ້າແຂ່ງຂັນ ໄດ້ຮັບຂັນຊະນະເລີດໜຶ່ງໜ່ວຍພ້ອມ
ເງິນສົດຈຳນວນໜຶ່ງ, ທີ 2 ມີ 2 ສະ ຫາຍ ແລະ ອັນດັບ 3 ມີ 3 ສະຫາຍ ໄດ້ຮັບເງິນສົດ ສ່ວນທີ່ເຫຼືອເປັນລາງວັນຊົມເຊີຍ ນອກນີ້ຍັງມີລາງວັນຂວັນໃຈມະຫາຊົນອີກໜຶ່ງ
ລາງວັນ.

     ຜ່ານການແຂ່ງຂັນຕົວຈິງເຫັນວ່າສາມາດສ້າງສັນບັນຍາກາດຄວາມເບີກບານມ່ວນຊື່ນ ແລະ ສ້າງໄດ້ບັນຍາກາດອັນດີ ເພື່ອຕ້ອນຮັບວັນທີ່ມີຄວາມໝາຍຄວາມສຳ
ຄັນທາງປະຫວັດສາດຂອງຊາດ ຂອງກອງທັບ ແລະ ສາມາດຄັດເລືອກໄດ້ນັກຮ້ອງສຽງດີ ເພື່ອປະກອບສ່ວນເຮັດໜ້າທີ່ລວມຂອງກົມກອງໄດ້ຕາມລະດັບຄາດໝາຍ.