ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການໄອຍະການທະຫານກອງທັບປະຊາຊົນລາວ-ຫວຽດນາມສືບຕໍ່ພົວພັນຮ່ວມມື

     ເນື່ອງໃນໂອກາດທີ່ຄະນະຜູ້ແທນອົງການໄອຍະການທະຫານສູນກາງກອງທັບປະຊາຊົນຫວຽດນາມ ນຳໂດຍສະຫາຍ ພົນຈັດຕະວາ ຕ້າກວາງຄາຍ ຮອງຫົວໜ້າ
ອົງການໄອຍະການທະຫານສູນກາງກອງທັບປະຊາຊົນຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-23 ພະຈິກ 2018 ນີ້, ໃນ
ວັນທີ 19 ພະຈິກນີ້, ຄະນະດັ່ງກ່າວໄດ້ພົບປະແລກປ່ຽນບົດຮຽນວຽກງານໄອຍະການກັບອົງການໄອຍະການທະຫານຂັ້ນສູງກອງທັບປະຊາຊົນລາວນຳໂດຍສະຫາຍ ພົນ
ຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ຫົວໜ້າອົງການໄອຍະການທະຫານຂັ້ນສູງ.


ພົນຈັດຕະວາ ສີໄຫວ ໄມພອນ ພົບປະແລກປ່ຽນບົດຮຽນວຽກງານໄອຍະການກັບອົງການໄອຍະການທະຫານສູນກາງກອງທັບປະຊາຊົນຫວຽດນາມ

     ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ລາຍງານໃຫ້ກັນຊາບໂດຍຫຍໍ້ສະພາບທີ່ຕັ້ງ, ພາລະບົດບາດ, ລວມທັງການເຄື່ອນໄຫວວຽກງານໃນໄລຍະຜ່ານມາ. ຈາກນັ້ນ
ກໍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດວຽກງານໄອຍະການ ເປັນຕົ້ນແມ່ນການຕິດຕາມກວດກາ, ການອອກນິຕິກຳຕ່າງໆຂອງບັນດາກົມກອງກຳລັງຫຼວງ
ກຳລັງທ້ອງຖິ່ນ, ການຄັດເລືອກ, ການຮັບ, ການກໍ່ສ້າງພະນັກງານໄອຍະການ, ການປະສານສົມທົບລະຫວ່າງເຈົ້າໜ້າທີ່ສືບສວນ-ສອບສວນທະຫານ, ໄອຍະການທະຫານ,
ສານທະຫານໃນການແກ້ໄຂວຽກງານວິຊາສະເພາະທີ່ພົບຄວາມຫຍຸ້ງຍາກ ແລະ ການລາຍງານສະຖິຕິຈຳນວນພົນ, ປະຫວັດພະນັກງານໄອຍະການທະຫານສົ່ງໃຫ້ອົງການ
ປະຊາຊົນສູງສຸດ, ທັງສອງຝ່າຍເຫັນດີໃຫ້ມີການພົບປະແລກປ່ຽນບົດຮຽນຄະນະຜູ້ແທນເຊິ່ງກັນ ແລະ ກັນອີກດ້ວຍ, ພ້ອມດຽວກັນນີ້ ຝ່າຍອົງການໄອຍະການທະຫານຂັ້ນ
ສູງກອງທັບປະຊາຊົນລາວ ຍັງໄດ້ສະເໜີໃຫ້ອົງການໄອຍະການທະຫານສູນກາງກອງທັບປະຊາຊົນຫວຽດນາມຊ່ວຍກໍ່ສ້າງບໍາລຸງຍົກລະດັບໃຫ້ແກ່ພະນັກງານວິຊາການໄລ
ຍະສັ້ນ, ໄລຍະຍາວ ແລະ ສະໜອງວັດຖຸເຕັກນິກຮັບໃຊ້ວິຊາສະເພາະໃຫ້ແກ່ອົງການໄອຍະການກອງທັບປະຊາຊົນລາວ ເພື່ອໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງອົງການ
ໄອຍະການກອງທັບປະ ຊາຊົນລາວໃຫ້ໄດ້ຮັບໝາກຜົນສູງກວ່າເກົ່າ.

     ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໄດ້ເປັນການປະກອບສ່ວນເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ
ອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບເວົ້າລວມ ເວົ້າສະເພາະສອງອົງການໄອຍະການທະຫານສອງກອງທັບໃຫ້ນັບມື້ແໜ້ນແຟ້ນ
ແລະ ເລິກເຊິ່ງ.