ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງ ສາລະວັນເຜີຍແຜ່ຄຳສັ່ງຂອງກົມໃຫ່ຍເສນາທິການ


ສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງຈຳປາບານ ຮອງຫົວໜ້າ ກົມໃຫ່ຍເຕັກນິກກອງທັບ ​ເປັນ​ປະທານ

     ວັນທີ 14 ຕຸລາ 2020 ນີ້ ກອງບັນຊາການທະຫານ ແຂວງ ສາລະວັນ ໄດ້ເປີດກອງປະຊຸມເຜີຍແຜ່ຄຳສັ່ງຂອງ ກົມໃຫ່ຍເສນາທິການ ວ່າດ້ວຍການ
ປັບປຸງການກຽມພ້ອມສູ້ຮົບຂອງບັນດາກົມກອງທ້ອງຖິ່ນ ແຂວງ ສາລະວັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງ
ຈຳປາບານ ຮອງຫົວໜ້າ ກົມໃຫ່ຍເຕັກນິກກອງທັບ, ເຂົ້າຮ່ວມພິທີມີ ສະຫາຍ ພັນເອກ ພູວັນ ພີມມະຈັນ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາ
ການທະຫານ ແຂວງ ສາລະວັນ, ມີ ກົມສູ້ຮົບ, ຄະນະພັກ-ຄະນະບັນຊາກອງບັນຊາການ, ຫົວໜ້າພະແນກ-ຮອງພະແນກການ 5 ຫ້ອງອ້ອມຂ້າງ ແລະ ກົມ
ກອງທີ່ກ່ຽວຂ້ອງເຂົ້າ ຮ່ວມຮັບຟັງ.

     ສະຫາຍ ພັນເອກ ສໍາລານ ສີລິໂພຄໍາ ຮອງຫົວໜ້າ ກົມສູ້ຮົບກົມໃຫຍ່ເສນາທິການກອງທັບກອງເລຂາ ໄດ້ຂຶ້ນຜ່ານຄຳສັ່ງແນະນຳຂອງ ກົມໃຫ່ຍເສ
ນາທິການກອງທັບ ວ່າດ້ວຍການປັບປຸງການກຽມພ້ອມສູ້ຮົບຂອງບັນດາກົມກອງທີ່ຂຶ້ນກັບ ກອງບັນຊາການທະຫານແຂວງ ສາລະວັນ ໂດຍອີງໃສ່ທິດທາງ
ແຜນການປັບປຸງບັນດາ ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ແລະ ທິດຊີ້ນຳຂອງ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການປັບປຸງບັນດາກົມ
ກອງທີ່ຢູ່ໃນໂຄງການ ເພື່ອໃຫ້ມີຄວາມພ້ອມໃນທຸກດ້ານ ແລະ ສາມາດເຄື່ອນໄຫວປະຕິບັດໜ້າທີ່ໄດ້ຕະຫຼອດເວລາ, ຜ່ານການຈັດຕັ້ງປະຕິບັດແຜນການ
ໃນໄລຍະຜ່ານມາເຫັນວ່າບັນດາກົມກອງ ໄດ້ມີຄວາມພະຍາຍາມ ແລະ ສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງບໍ່ຢຸດຢັ້ງ ແລະ ມີຜົນສຳເລັດໃນລະດັບສູງ,
ແຕ່ເຖິງຢ່າງໃດກໍຕາມຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງ ໜ້າທີ່ວຽກງານໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບຂອງບັນດາກົມກອງ ເຫັນວ່າຍັງມີ
ຫຼາຍດ້ານທີ່ຈະໄດ້ປັບປຸງເປັນຕົ້ນ: ແມ່ນຂັ້ນກອງພັນ, ກອງຮ້ອຍ, ຂັ້ນໝວດ ແລະ ຂັ້ນໝູ່, ການສັບຊ້ອນໜ້າທີ່ໃຫ້ເປັນລະບົບຄົບຖ້ວນຕາມຂໍ້ກຳ ນົດທີ່
ວາງໄວ້, ຈັດຕັ້ງລະບົບປະຈຳການທາງດ້ານຈຳນວນພົນ, ພາຫະນະໃຫ້ຄົບຊຸດ, ຈັດຕັ້ງເຝິກແອບຮໍ່າຮຽນປະຈຳປີ ຕາມທິດຊີ້ນຳຂອງຂັ້ນເທິງໃຫ້ຕໍ່ເນື່ອງລຽນ
ຕິດເຮັດໃຫ້ພະນັກງານ-ນັກຮົບມີຄວາມສໍານິສໍານານຄ່ອງແຄ້ວ, ປັບປຸງແບບແຜນການນໍາພາຂອງຄະນະພັກ-ຄະນະບັນຊາ ໃຫ້ໄປຕາມທິດກ້າວໜ້າທັນສະ
ໄໝ ແລະ ຈັດຕັ້ງກວດກາກຽມພ້ອມສູ້ຮົບຢູ່ແຕ່ລະຂັ້ນ, ແຕ່ລະຂະແໜ່ງການ ​ໃຫ້ເຂັ້ມງວດຕາມລະບອບກວດກາ.

     ໃນໂອກາດນີ້ ສະຫາຍ ພົນຈັດ ຕະວາ ຄອນສະຫວັນ ມີ່ງຈຳປາບານ ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈົ່ງ
ເພີ່ມທະວີວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກ ງານ-ນັກຮົບຢ່າງຕໍ່ເນື່ອງລຽນຕິດ, ຍົກສູງບົດບາດການນໍາພາ ຂອງພັກແບບແຜນ
ວິທີນຳພາ-ບັນຊາ, ເອົາໃຈໃສ່ການປັບປຸງການກຽມພ້ອມສູ້ຮົບຂອງບັນດາກົມກອງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ, ນອກນີ້ກໍເອົາໃຈໃສ່ກວດກາ
ການບົວລະບັດ ແລະ ປົກປັກຮັກສາພາຫະນະ, ອາວຸດຍຸດໂທປະກອນໃຫ້ເປັນປະຈຳ ເພື່ອນຳໃຊ້ໃຫ້ໄດ້ຍາວນານ.