ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສືບຕໍ່ຂະຫຍາຍການຜະລິດໃນກອງທັບໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ

     ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກຸ່ມ
ຜະລິດຄົບວົງຈອນເລກ 1 ກອງທັບ ສືບຕໍ່ປະຕິບັດໜ້າທີ່ພາລະບົດບາດຕາມຈຸດປະສົງຄວາມຮຽກຮ້ອງຕ້ອງການຂອງກະຊວງປ້ອງກັນປະເທດ ໃນການຂະ
ຫຍາຍການຜະລິດໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ, ພ້ອມນັ້ນກໍຕ້ອງສູ້ຊົນປະຕິບັດການຫັນໄປສູ່ການໄລ່ລຽງເສດຖະກິດຢ່າງສົມເຫດສົມຜົນ ເພື່ອພ້ອມກັນ
ກ້າວຂຶ້ນຕາມທິດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້
ພະນັກງານ-ນັກຮົບໃນພາກສະໜາມໃຫ້ໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ເອົາໃຈໃສ່ປະຕິບັດເບິ່ງແຍງດ້ານນະໂຍບາຍຕ່າງໆໃຫ້ອ້າຍນ້ອງ
ໃຫ້ດີສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະການຕ່າງໆໃຫ້ໄປຕາມແຜນການທີ່ວາງໄວ້, ເອົາໃຈໃສ່ຍົກສູງລະດັບວິຊາສະເພາະໃຫ້ວິຊາການຢ່າງກວ້າງຂວາງ
ແລະ ຕອບສະໜອງດ້ານການຜະລິດຕາມຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານໃນດ້ານພະລາທິການຂອງກອງທັບໃນໄລຍະໃໝ່.


     ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວໃນໂອກາດລົງເຄື່ອນໄຫວຢ້ຽມຢາມກຸ່ມຜະລິດຄົບວົງຈອນເລກ 1 ກອງທັບ ໃນວັນທີ 18 ຕຸລາ
2017 ນີ້, ເຊິ່ງມີບັນດາຄະນະນຳກະຊວງ, ຄະນະນຳກົມໃຫຍ່ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

     ໂອກາດດັ່ງກ່າວນັ້ນ ພັນເອກ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກຳ ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຂອງກົມກອງ ໂດຍສະເພາະວຽກ
ງານການຜະລິດ, ເຊິ່ງປັດຈຸບັນນີ້ກຸ່ມຜະລິດຄົບວົງຈອນເລກ 1 ກອງທັບມີໜອງປາຢູ່ 5 ຈຸດ, ມີທັງໝົດ 16 ໜອງ ເນື້ອທີ່ລວມ 28,8 ເຮັກຕາ, ໃນການ
ຜະລິດປີນີ້ໄດ້ປ່ອຍປາເພີ່ມແລ້ວ 495.000 ໂຕ, ມູນຄ່າ 44.550.000 ກີບ, ການລ້ຽງໄກ່ນ້ອຍໄກ່ແມ່ສາວມີຄອກລ້ຽງໄກ່ນ້ອຍ ເພື່ອຜະລິດເປັນໄກ່
ສາວທັງໝົດ 8 ຫຼັງ, ສຳລັບໄກ່ໄຂ່ມີຄອກໄກ່ໄຂ່ທັງໝົດ 3 ຫຼັງ ດຳເນີນການລ້ຽງເປັນປົກ ກະຕິມີໄກ່ໄຂ່ທັງໝົດ 14 ພັນກວ່າໂຕ, ສາມາດຜະລິດໄຂ່ໄກ່
ໄດ້ 380 ແຕະຕໍ່ວັນ, ການລ້ຽງໝູ, ມີຄອກໝູລະບົບເປີດ 1 ຫຼັງ ບັນຈຸ 200 ໂຕ, ປັດຈຸບັນມີໝູ 96 ໂຕ, ມີຄອກໝູພໍ່ແມ່ພັນລະບົບປິດ 1 ຫຼັງ ບັນຈຸ
ໝູແມ່ພັນ 400 ແມ່, ຄອກໝູພັນຊີ້ນ 2 ຫຼັງ ບັນຈຸໄດ້ 600-700 ໂຕ, ສ້າງໂຮງງານຂ້າສັດທັນສະໄໝຂະໜາດກຳລັງການຜະລິດ 200 ໂຕຕໍ່ວັນ ແລະ
ໃນຕົ້ນປີ 2017 ໄດ້ສ້າງຄອກໝູຊີ້ນເພີ່ມຕື່ມ 2 ຫຼັງ, ສຳລັບໃນແຜນ ການຕໍ່ໜ້າແມ່ນຈະເລັ່ງໃສ່ການແປຮູບຜະລິດຕະພັນສັດ ເພື່ອຕອບສະໜອງໃຫ້ບັນ
ດາວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ບັນດາກົມກອງຂອງກະຊວງປ້ອງກັນປະເທດໃນລາຄາທີ່ຖືກກວ່າທ້ອງຕະຫຼາດ, ເປັນການຮັບ ປະກັນສະບຽງອາ
ຫານພາຍໃນ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນຖັນແຖວກອງທັບ.