ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮ່ວມຊົມ​ພິທີປິດການ​ຫັດ​ແອບເຝິກຊ້ອມ
ຊ່ວຍເຫຼືອ ມະນຸດສະທຳດ້ານການແພດສອງກອງທັບ ລາວ-ຈີນ


     ຕອນບ່າຍວັນທີ 19 ສິງຫາ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
ໄດ້ເຂົ້າຮ່ວມເປັນປະທານ ກິຕິມະສັກ ພິທີປິດການຫັດແອບ, ເຝິກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳການບໍລິການດ້ານການແພດ “ຂະບວນລົດໄຟ
ສັນຕິພາບ 2019” ຂອງສອງກອງທັບ ລາວ-ຈີນ ຢູ່ສະໜາມຫັດແອບກອງກວດກູ້ລະເບີດ ເພື່ອມະນຸດສະທໍາ 58 ກົມຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ພາຍຫຼັງ
ໄດ້ດໍາເນີນມາແຕ່ ວັນທີ 15-19 ສິງຫາ 2019 ໂດຍການເປັນປະທານຮ່ວມຝ່າຍ ລາວ ແມ່ນ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກົມໃຫຍ່
ພະລາທິການ ກອງທັບ ແຫ່ງ ສປປ ລາວ, ຝ່າຍຈີນແມ່ນ ສະຫາຍ ພັນເອກ ພິເສດ ຊູ ສິນເກິ່ງ ຮອງຫົວໜ້າ ກົມເສນາຮັກ, ຄະນະກໍາມະການທະຫານສູນກາງກອງທັບ ປົດ
ປ່ອຍ ປະຊາຊົນຈີນ, ເຂົ້າຮ່ວມໃນພິທີມີ ຄະນະນຳກະຊວງປ້ອງກັນປະເທດ, ທີ່ປຶກສາຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ, ຄະນະນຳ 4 ກົມໃຫຍ່, ຄະນະອຳນວຍ
ການວິທະຍາຄານ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະທີມແພດສອງກອງທັບ ລາວ-ຈີນ ເຂົ້າຮ່ວມ.

     ໃນພິທີຄະນະແພດສອງກອງທັບ ລາວ-ຈີນ ໄດ້ສະແດງເຝິກຊ້ອມຫັດແອບຕົວຈິງ ໂດຍຈັດຕັ້ງເປັນລະບົບທີ່ມີສູນບັນຊາ 3 ຂັ້ນຄື: ລະບົບປິ່ນປົວ, ລະບົບການບັນຊາ
ລວມ ຫຼື ສູນບັນຊາການສູງສຸດ ແລະ ສູນບັນຊາພາກສະໜາມ ລະບົບກູ້ໄພທາງການແພດ ແບ່ງອອກເປັນ 3 ພາກສ່ວນຄື: ກູ້ໄພໃນເບື້ອງຕົ້ນ, ປະຖົມພະຍາບານ ແລະ
ໂຮງໝໍສະໜາມ ເຊິ່ງໃຫ້ຄວາມສໍາຄັນທີ່ສຸດແມ່ນການກອບກູ້ຜູ້ບາດເຈັບ, ການຊ່ວຍ ເຫຼືອ ແລະ ການປິ່ນປົວ, ຄວບຄຸມພະຍາດຕິດແປດ, ກອບກູ້ເອົາຜູ້ບາດເຈັບ ແລະ
ສົມທົບກັບການປິ່ນປົວຮັກສາບາດແຜໜັກ ໂດຍມີການປະສານສົມທົບເຊື່ອມໂຍງກັນຢ່າງເລິກເຊິ່ງ ໃນການເຝິກອົບຮົມ, ການວາງແຜນ, ການປະຕິບັດວຽກງານຢ່າງລະ
ອຽດນັບແຕ່ການສ້າງບຸກຄະລາກອນ, ການປະຕິບັດການກູ້ໄພ ແລະ ຄວາມຮັບປະກັນ ດ້ານວັດຖຸຄຽງຄູ່ກັບການບໍລິການທາງການແພດ ເຊັ່ນ: ການຜ່າຕັດສຸກເສີນ, ການ
ຫ້າມເລືອດໃນສະໜາມ, ການຂົນສົ່ງຄົນເຈັບທາງອາກາດ, ການທຳລາຍສານເຄມີ ແລະ ການແຍກຄົນເຈັບນໍາສົ່ງຜູ້ບາດເຈັບໜັກເຄື່ອນຍ້າຍທາງອາກາດ ດ້ວຍຍົນໄປ
ໂຮງໝໍແນວຫຼັງ ເພື່ອຮັບການປິ່ນປົວຢ່າງວ່ອງໄວ ແລະ ທັນການນັ້ນສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະສານກັນລະຫວ່າງໜວ່ຍງານແພດ ກອງທັບປະຊາ
ຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນເພື່ອເປັນບົດຮຽນ ແລະ ເອກະພາບໃນການນໍາເອົາໄປຈັດ ຕັ້ງປະຕິບັດໃນຍາມມີເຫດການຕົວຈິງສາມາດປະຕິບັດໄດ້ ແລະ
ທັນການ.

     ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຂຶ້ນລາຍງານໃນພິທີປິດວ່າ: ການຫັດແອບເຝິກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳການບໍລິການດ້ານ
ການແພດ “ຂະບວນລົດໄຟສັນຕິ ພາບ 2019” ຂອງສອງກອງທັບ ລາວ-ຈີນ ໃນຄັ້ງນີ້, ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນມິດຕະພາບ, ການ
ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນບົນພື້ນຖານຄູ່ຮ່ວມມືຍຸດທະສາດໝັ້ນຄົງຍາວນານ, ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ສະຫາຍທີ່ດີ, ເພື່ອນມິດທີ່ດີ ແລະ ຮ່ວມມືທີ່
ດີເຊິ່ງປັດຈຸບັນສອງພັກ, ສອງລັດພວມຕັ້ງໜ້າຮ່ວມກັນຊຸກຍູ້ ໃນການສ້າງປະຊາຄົມຊະຕາກຳ ລາວ-ຈີນ ທີ່ມີຄວາມໝາຍທາງດ້ານຍຸດທະສາດ. ໃນໄລຍະຜ່ານມາການ
ຫັດແອບເຝິກຊ້ອມ ຮ່ວມກັນມັນໄດ້ສະແດງໃຫ້ເຫັນ ເຖິງການຮ່ວມມືປະສານສົມທົບ ໂດຍມີແບບແຜນວິທີເຮັດວຽກ, ມີຄວາມຮູ້ຄວາມສາມາດ, ມີປະສົບປະການອັນ
ອຸດົມສົມບູນ ແລະ ມີລະບຽບວິໄນທີ່ເຂັ້ມງວດ ແລະ ເປັນໂອກາດທີ່ດີທີ່ກອງທັບ ທັງສອງຝ່າຍຈະໄດ້ນຳເອົາບົດຮຽນ ແລະ ປະສົບການອັນລໍ້າຄ່ານີ້ໄປໝູນໃຊ້ເຂົ້າໃນການ
ປະຕິບັດໜ້າທີ່ຕົວຈິງ.

     ໃນພິທີດັ່ງກ່າວ ຍັງໄດ້ມີການມອບຫຼຽນ ແລະ ຫຼຽນກາມິດຕະພາບຂອງ ກອງທັບປະຊາຊົນລາວ ໃຫ້ແກ່ພະນັກງານ-ນັກຮົບ ຈາກກອງທັບປົດປ່ອຍປະຊາຊົນ ຈີນ ເຊິ່ງ
ປະກອບມີຫຼຽນກາມິດຕະພາບກອງທັບປະຊາຊົນລາວ ມອບໃຫ້ຈໍານວນ 118 ສະຫາຍ, ຫຼຽນກາລະນຶຶຶຶກ 70 ປີ ກອງທັບປະຊາຊົນລາວ ຈໍານວນ 120 ສະຫາຍ. ໂອກາດ
ນີ້, ສະຫາຍ ພັນເອກ ພິເສດ ຊູສິນເກິ່ງ ຮອງຫົວ ໜ້າກົມເສນາຮັກ, ຄະນະກໍາມະການທະຫານສູນກາງກອງທັບ ປົດປ່ອຍປະຊາຊົນ ຈີນ ໄດ້ຕາງໜ້າໃຫ້ ກົມເສນາຮັກ ກໍຄື
ກະຊວງປ້ອງກັນຊາດ ສປ ຈີນ ມອບເຄື່ອງອຸປະກອນການແພດ, ອຸປະກອນຮັບໃຊ້ຫ້ອງການ ແລະ ພາຫະນະເຕັກນິກຈຳນວນໜຶ່ງໃຫ້ແກ່ກົມເສນາຮັກ ກົມໃຫຍ່ພະລາທິ
ການ ກອງທັບປະຊາຊົນລາວ ໂດຍຕາງໜ້າກ່າວຮັບຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ.

     ພາຍຫຼັງສຳເລັດການເຝິກຊ້ອມແພດກອງທັບ ລາວ-ຈີນ ແລ້ວຍັງຈະໄດ້ຈັດກິດຈະກຳໃຫ້ການບໍລິການປິ່ນປົວແກ່ນາຍ ແລະ ພົນທະຫານຂອງ ກອງທັບປະຊາຊົນ
ລາວ ກໍຄືພໍ່ແມ່ປະຊາຊົນ ຢູ່ໂຮງໝໍ 103 ນະຄອນຫຼວງວຽງຈັນ, ໂຮງໝໍ 101 ແຂວງ ຊຽງຂວາງ, ໂຮງໝໍກອງພົນທີ 5 ແຂວງ ຈຳປາສັກ ໃນລະຫວ່າງວັນທີ 22-26 ສິງຫາ
2019 ນີ້.