ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບທູດໄທເຂົ້າຢ້ຽມຂ່ຳນັບ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ ກຽດຕິຄຸນ ຊາດປະເສີດ
ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ໃນຕອນເຊົ້າຂອງວັນທີ 17 ສິງຫາ 2018 ນີ້, ໃນໂອກາດທີ່
ທ່ານຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ເປັນເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈຳ ສປປ ລາວ ຄົນໃໝ່.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບທູດໄທເຂົ້າຢ້ຽມຂ່ຳນັບ

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບຕໍ່ທ່ານທູດທີ່ຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່
ຢູ່ປະເທດເຮົາ, ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ໄທ ໃຫ້
ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

     ທ່ານທູດໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບຂອງທ່ານລັດຖະມົນຕີກະຊວງປ້ອງກັນປະ
ເທດເຮົາ, ພ້ອມທັງສະແດງຄວາມຫວັງວ່າຈະໄດ້ຮັບການຮ່ວມມືຈາກ ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າໃນການມາປະຕິບັດໜ້າທີ່ການທູດໃນ
ຄັ້ງນີ້ ແລະ ທ່ານທູດໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມເອົາໃຈໃສ່ປະຕິບັດໜ້າທີ່ຢ່າງສຸດຄວາມສາມາດເພື່ອໃຫ້ການພົວພັນ ແລະ ຮ່ວມມືລະຫວ່າງ
ສອງປະເທດມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.

     ໃນຕອນທ້າຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳ ເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ.