ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ສອນທອງ ພົມລາວົງ ຕ້ອນຮັບ
ການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນກົມຈັດຕັ້ງ ສສ ຫວຽດນາມ

     ວັນທີ 18 ມິຖຸນານີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະ
ພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມຈັດຕັ້ງກອງທັບປະ
ຊາຊົນຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຫວູ ນາມ ຟອງ ຮອງຫົວໜ້າກົມຈັດຕັ້ງກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດທີ່ຄະນະເດີນ
ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-22 ມິຖຸນານີ້.


ພົນຕີ ສອນທອງ ພົມລາວົງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມຈັດຕັ້ງກອງທັບປະຊາຊົນຫວຽດນາມ

     ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຕາງໜ້າຄະນະນຳກົມໃຫຍ່ການເມືອງກອງທັບສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີ
ລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດເຮົາຂອງ ສະຫາຍ ພົນຈັດຕະວາ ຫວູ ນາມ ຟອງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງຈະເປັນ
ການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ກອງທັບ ກໍຄືລະ
ຫວ່າງສອງກົມຈັດຕັ້ງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງໄດ້ເຫັນດີໃຫ້ສອງຝ່າຍສຶບຕໍ່ພົບ
ປະຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃຫ້ກ້າວເຂົ້າສູ່ລ່ວງເລິກຂຶ້ນໄປເລື້ອຍໆ.

     ສະຫາຍ ພົນຈັດຕະວາ ຫວູ ນາມ ຟອງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ
ລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານ ແລະ ທົບທວນຄືນເຖິງໝາກຜົນຂອງການພົບປະແລກປ່ຽນບົດຮຽນລະຫວ່າງສອງ
ກົມຈັດຕັ້ງກອງ ທັບປະຊາຊົນຫວຽດນາມ ແລະ ກົມຈັດຕັ້ງກອງທັບປະຊາຊົນລາວໃນຄັ້ງນີ້, ພ້ອມທັງໃຫ້ການຢືນຢັນວ່າຈະພ້ອມກັນເສີມຂະຫຍາຍສາຍ
ພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ.