ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊີນຮູບຫຼໍ່ໝົດຕົວຂອງ ທ່ານ ປະທານ ໄກສອນ ພົມວິຫານ ລົງສະຖິດຢູ່ໂຮງຮຽນທະຫານຮາບເລກ II ວຽງໄຊ

     ວັນທີ 19 ມິຖຸນາ 2017 ນີ້, ຢູ່ນະຄອນຫຼວງວຽງຈັນ ໄດ້ມີພິທີອັງເຊີນຮູບຫຼໍ່ໝົດຕົວຂອງ ທ່ານ ປະ ທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ
ຮັກຂອງປະຊາຊົນລາວ, ຂຶ້ນລົດຂະບວນແຫ່ເພື່ອໄປສະຖິດໄວ້ທີ່ເດີ່ນໂຮງຮຽນທະຫານຮາບທີ II ວຽງໄຊ ເມືອງ ບາຈຽງ ແຂວງ ຈຳປາສັກ ເພື່ອໃຫ້ພະນັກ
ງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໄດ້ຊາກະລະບູຊາ ແລະ ສຶກສາຮໍ່າຮຽນເອົາມູນເຊື້ອອັນດີງາມຂອງເພີ່ນ.


ຮູບຫຼໍ່ໝົດຕົວຂອງ ທ່ານ ປະທານ ໄກສອນ ພົມວິຫານ

     ໃນພິທີ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ມີທ່ານ
ປ້າ ທອງວິນ ພົມວິຫານ ພັນລະຍາຂອງອະດີດ ປະທານ ໄກສອນ ພົມວິຫານ ແລະ ຜູ້ຕາງໜ້າຈາກບັນດາກົມໃຫຍ່ຫ້ອງວ່າການ, ພາກສ່ວນບໍລິສັດ ແລະ
ເຈົ້າຂອງໂຄງການກໍ່ສ້າງມີ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ໂຮງຮຽນທະຫານຮາບເລກ II ວຽງໄຊ ເຂົ້າຮ່ວມ.


ພິທີເຊີນຮູບຫຼໍ່ໝົດຕົວຂອງ ທ່ານ ປະທານ ໄກສອນ ພົມວິຫານ ລົງສະຖິດຢູ່ໂຮງຮຽນທະຫານຮາບເລກ II ວຽງໄຊ

     ພິທີທາງການຈັດຕັ້ງບໍລິສັດຜະລິດຕະພັນວັດທະນະທຳຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ ບໍລິສັດເປັນຜູ້ຜະລິດໂດຍໄດ້ລົງມືສ້າງແຕ່ເດືອນມີນາ 2016 ເປັນ
ຕົ້ນມາຮອດປະຈຸບັນສຳເລັດຮ້ອຍສ່ວນຮ້ອຍ ໂດຍມີຮູບຮ່າງລັກສະນະ ປະທານ ໄກສອນ ໃນໄວ 48 ປີ ທ່າທາງຍິ້ມແຍ້ມແຈ່ມໃສ ນຸ່ງເຄື່ອງແບບນາຍທະ
ຫານ ມືຂວາຍົກຂຶ້ນ ມື້ຊ້າຍຈັບປື້ມ ພ້ອມໃສ່ເກີບໃສ່ໝວກ ມີຂະໜາດລວງສູງ 4,20 m, ລຳໂຕໃຫຍ່ 62 cm, ນ້ຳໜັກ 5,7 ໂຕນ, ຜະລິດດ້ວຍທອງ
ສຳລິດ, ໃນມູນຄ່າ 2,839,000,000 ກີບ.

     ສະຫາຍ ພັນເອກ ອິນຫວນ ວໍລະສານ ຫົວໜ້າອຳນວຍການໂຮງຮຽນທະຫານຮາບເລກ II ວຽງໄຊ ໃຫ້ຄຳເຫັນວ່າໂຮງຮຽນກໍ່ສ້າງເລກ II ວຽງໄຊ ເປັນ
ໂຮງຮຽນວັດທະນະທຳຂອງກອງທັບ, ວຽງໄຊ ໃນເມື່ອກ່ອນທີ່ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງຂຶ້ນໃນວັນທີ 22 ມິຖຸນາ 1962 ທີ່ບ້ານ
ຊວນແທ້ງ ເມືອງ ກຸຍເຮີບ ແຂວງ ເງະອານ ສສ ຫວຽດນາມ ຈາກຜົນງານດັ່ງກ່າວຈິ່ງມີຄວາມຈຳເປັນໄດ້ສ້າງຮູບຫຼໍ່ຂອງເພິ່ນ ເພື່ອໄປສະຖິດໄວ້ທີ່ໂຮງຮຽນ
ວຽງໄຊ ເພື່ອໃຫ້ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນແຂວງພາກໃຕ້ ໂດຍສະເພາະໂຮງຮຽນວຽງໄຊ ຈະສືບຕໍ່ພາລະກິດປະຕິວັດ ແລະ ຮໍ່າ
ຮຽນເອົາຄຸນສົມບັດສິນທຳປະຕິວັດຂອງ ທ່ານ ປະທານ ໄກສອນ ພົມວິຫານ ໃຫ້ຍືນຍົງຄົງຕົວ ແລະ ຈະປົກປັກຮັກສາໃຫ້ສະອາດຈົບງານຕະຫຼອດໄປ.


ພາບລວມພິທີເຊີນຮູບຫຼໍ່ໝົດຕົວຂອງ ທ່ານ ປະທານ ໄກສອນ ພົມວິຫານ ລົງສະຖິດຢູ່ໂຮງຮຽນທະຫານຮາບເລກ II ວຽງໄຊ