ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ເປີດເຝິກອົບຮົມວຽກງານປ້ອງກັນພາຍໃນ

     ໃນຕອນເຊົ້າວັນທີ 19 ມິຖຸນາ 2017 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມອົບຮົມວຽກງານປ້ອງກັນພາຍໃນ ຄັ້ງທີ 3 ທົ່ວກົມ
ໃຫຍ່ພະລາທິການກອງທັບ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງປ້ອງກັນປະເທດ
ກຳມະການຄະນະປະຈຳພັກອົງການກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳຫ້ອງການ, ພະແນກການ, ພ້ອມດ້ວຍພະນັກງານ
ຮັບຜິດຊອບວຽກງານປ້ອງກັນພາຍໃນຈາກ 48 ກົມກອງເຂົ້າຮ່ວມ.


ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະທານເປີດກອງປະຊຸມອົບຮົມວຽກງານປ້ອງກັນພາຍໃນ

     ທ່ານປະທານໄດ້ກ່າວວ່າ: ການເຝິກອົບຮົມວຽກງານປ້ອງກັນພາຍໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງຂອງວຽກງານປ້ອງກັນ
ພາຍໃນ, ການກຳ ແລະ ຄຸ້ມຄອງສະພາບການເມືອງພາຍໃນແມ່ນເນື້ອໃນສຳຄັນ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຢູ່ພາຍໃນຢ່າງທັນການລວມມີຫຼາຍດ້ານ,
ຫຼາຍຂົງເຂດແຕກຕ່າງກັນ, ມີຫຼາຍຂັ້ນ, ຫຼາຍພາກສ່ວນທີ່ຈະຕ້ອງໄດ້ພ້ອມກັນປະຕິບັດຕາມພາລະບົດບາດເຮັດໜ້າທີ່ຂອງຕົນ. ແຕ່ທັງໝົດນັ້ນກໍເລີ່ມມາ
ຈາກຈຸດໝາຍປ້ອງກັນພັກ, ປ້ອງກັນກອງທັບໃຫ້ປອດໃສເຂັ້ມແຂງ ເພື່ອເຮັດໃຫ້ສຳ ເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້, ທັງແມ່ນຄວາມຮຽກຮ້ອງຕ້ອງ
ການໜຶ່ງຢ່າງພາວະວິໄສຂອງວຽກງານປ້ອງກັນພາຍໃນກອງທັບ ເຊິ່ງມີຄວາມໝາຍຄວາມສຳຄັນເປັນພິເສດສຳຫລັບພາລະກິດປ້ອງກັນພັກ-ປ້ອງກັນກອງ
ທັບ. ເປົ້າໝາຍກໍເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ-ນັກຮົບ, ພາລະກອນ, ກຳມະກອນ ທີ່ຂຶ້ນກັບອົງການກົມກອງມີຄວາມສະຫງົບປອດໃສ, ປອດໄພ,
ປອດຄະດີ. ເອກະສານທີ່ນຳມາເຝິກອົບຮົມໃນຄັ້ງນີ້ລວມມີ 6 ເນື້ອໃນເອກະສານຄື: ເອກະສານວຽກງານກຳ ແລະ ຄຸ້ມຄອງການເມືອງພາຍໃນ, ເອກະສານ
ກໍ່ສ້າງກອງ 3 ປອດ, ເອກະສານແບ່ງປະເພດການເມືອງພາຍໃນ, ເອກະສານດຳເນີນຄະດີທົ່ວໄປ, ເອກະສານຊີ້ນຳຂອງຄະນະພັກ-ຄະນະບັນຊາຕໍ່ວຽກງານ
ປ້ອງກັນພາຍໃນ, ສະຖິຕິແບ່ງປະເພດການເມືອງພາຍໃນ, ເອກະສານປ້ອງກັນສະຖານທີ່ເກີດເຫດ ແລະ ຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ,
ການເຝິກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 4 ວັນຈຶ່ງຈະສຳເລັດ.