ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການພັດທະນາກຸ່ມບ້ານຄັງວຽງ ສະຫຼຸບ
ຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳໄຕມາດ I ປີ 2017

     ໃນວັນທີ 9 ເມສາ 2017 ຜ່ານມານີ້, ຫ້ອງການພັດທະນາກຸ່ມບ້ານຄັງວຽງໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກ
ງານຮອບດ້ານປະຈຳໄຕມາດ I ປີ 2017 ແລະທິດທາງແຜນການພັດທະນາປະຈຳໄຕມາດ II ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ
ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳພັດທະນາກຸ່ມບ້ານ ຄັງວຽງ, ມີ
ທ່ານ ພົນຈັດຕະວາ ບົວໄລ ພົມມາວົງ ຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານຮາກຖານກຸ່ມພັດທະນາບ້ານ ຄັງ
ວຽງເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳໄຕມາດ I ປີ 2017

     ສະຫາຍ ພັນເອກ ສົມບູນ ວັງລາດ ຫົວໜ້າຫ້ອງການພັດທະນາກຸ່ມບ້ານ ຄັງວຽງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານປະຈຳໄຕມາດ I ປີ 2017 ແລະທິດທາງແຜນການພັດທະນາປະຈຳໄຕມາດ II ໃຫ້ຮູ້ວ່າ: ຜ່ານມາທາງຄະນະຫ້ອງການພັດທະນາກຸ່ມບ້ານຄັງວຽງໄດ້ຖືເອົາການສຶກສາອົບຮົມການເມືອງ
ແນວຄິດໃຫ້ແກ່ພະນັກງານນັກຮົບເປັນບັນຫາສຳຄັນ ເຮັດໃຫ້ອ້າຍນ້ອງມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ວຽກງານມີສະຕິຕໍ່ການຈັດຕັ້ງປະຕິ
ບັດລະບຽບວິໃນດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດ, ເອົາໃຈໃສ່ລົງໃກ້ສິດຕິດແທດກັບພໍ່ແມ່ປະຊາຊົນ
ບັນດາເຜົ່າທົ່ວກຸ່ມບ້ານຄັງວຽງ ເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອຽນທຸ່ນທ່ຽງທຳມາຫາກິນຖືກຕ້ອງຕາມກົດໝາຍ. ສາມາດເຮັດໃຫ້ສະພາບມີຄວາມ
ສະຫງົບດີ.

     ໃນຕອນທ້າຍກອງປະຊຸມກໍໄດ້ພ້ອມກັນຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ
ພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພໍ່ແມ່ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ພ້ອມ
ທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນພະນັກງານ-ນັກຮົບທຸກສະຫາຍ ແລະພໍ່ແມ່ປະຊາຊົນທຸກຖ້ວນໜ້າຈົ່ງສຸ່ມທຸກຄວາມສາມາດປະກອບສ່ວນ
ເຂົ້າໃນການສ້າງສາພັດທະນາທ້ອງຖິ່ນຂອງຕົນໃຫ້ມີຄວາມຮຸ່ງເຮືອງ ແລະນັບມື້ກ້າວໜ້າຂຶ້ນໄປເລື້ອຍໆ.