ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນໄຊຂອງລັດຖະບານລາວ ​ແລະ ລັດຖະບານຫວຽດນາມ


ພິທີປະດັບຫຼຽນໄຊ

     ພິທີປະດັບຫຼຽນໄຊຂອງລັດຖະບານລາວ ໃຫ້ກົມກອງລວມໝູ່, ບຸກຄົນກອງທັບປະຊາຊົນ ຫວຽດນາມ ແລະ ປະດັບ ຫຼຽນໄຊເອກະລາດຊັ້ນ I ຂອງລັດຖະບານ
ຫວຽດນາມ ໃຫ້ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ
ໃນວັນທີ 18 ກຸມພາ ນີ້, ທີ່ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ. ຕາງໜ້າລັດຖະບານແຫ່ງ ສສ ຫວຽດນາມ ໃຫ້ກຽດປະດັບ ຫຼຽນໄຊເອກະລາດ ຊັ້ນ I ໃຫ້
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂດຍ ແມ່ນ ສະຫາຍ ພົນເອກ ໂງ ຊວນ ລິກ ກໍາມະການກົມການເມືອງສູນກາງພັກຄອມມູນິດ ຫວຽດນາມ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະຊັ້ນ I, ຊັ້ນ II ແລະ ຊັ້ນ III ອີງ ຕາມລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ
ຊົນລາວ, ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ໝວດທີ VI ມາດຕາ 67ຂໍ້ 11 ແລະ ອີງຕາມການສະເໜີຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະ
ບັບເລກທີ 105/ນຍ, ລົງວັນທີ 11 ກັນຍາ 2019 ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ ປະດັບຫຼຽນ ໄຊອິດສະຫຼະຊັ້ນ I
ໃຫ້ກົມກອງລວມໝູ່ 2 ກົມກອງ ຄື: ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດ ນາມ ແລະ ໂຮງຮຽນ ເຈີ່ນກວັກ ຕັ້ວນ ກົມໃຫຍ່ 2 ກະຊວງປ້ອງກັນປະເທດ ແຫ່ງ ສສ
ຫວຽດນາມ, ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ບຸກຄົນ 1 ສະຫາຍຄື: ພົນເອກ ໂງ ຊວນລິກ ກໍາມະການກົມການເມືອງສູນກາງພັກຄອມ ມູນິດ ຫວຽດນາມ, ລັດຖະ
ມົນຕີ ກະຊວງປ້ອງກັນປະເທດ ແຫ່ງສສ ຫວຽດນາມ, ປະດັບ ຫຼຽນໄຊອິດສະຫຼະຊັ້ນ II ໃຫ້ບຸກຄົນຈຳນວນ 14 ສະຫາຍ, ປະດັບ ຫຼຽນໄຊອິດສະຫຼະຊັ້ນ III ໃຫ້ບຸກຄົນ
ຈໍານວນ 6 ສະຫາຍ, ປະດັບ ຫຼຽນໄຊແຮງງານຊັ້ນ II ໃຫ້ 2 ສະ ຫາຍ, ປະດັບ ຫຼຽນໄຊພິລະອາດຫານຊັ້ນ I ຂອງກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໃຫ້ 15 ສະ
ຫາຍ ແລະ ປະດັບ ຫຼຽນໄຊພິລະອາດຫານ ຊັ້ນ III 4 ສະຫາຍ.

     ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ພົນເອກ ໂງ ຊວນ ລິກ ກໍໄດ້ມີຄໍາເຫັນວ່າ: ລາວ-ຫວຽດນາມ ແມ່ນສອງປະເທດ ທີ່ມີ
ຊາຍແດນຕິດຈອດກັນຮ່ວມສະຕາກຳອັນດຽວກັນ-ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນຮ່ວມເປັນຮ່ວມຕາຍ, ຮ່ວມທຸກຮ່ວມສຸກ ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍບິແບ່ງ
ກັນຕໍ່ສູ້ຮ່ວມຂຸມຄອງ ອັນດຽວກັນ ອາດເວົ້າໄດ້ວ່າ: ບໍ່ມີແບບຢ່າງໃດໃນໂລກນີ້ ຈະມີສາຍພົວພັນອັນສະໜິດແໜ້ນ ແລະ ມີຊີວິດຊີວາຄືກັນກັບສາຍພົວພັນຄວາມສາ
ມັກຄີພິເສດຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງລາວ-ຫວຽດນາມ, ເຊິ່ງປະທານ ໂຮ່ຈິມິງ ທີ່ຍິ່ງໃຫຍ່, ປະທານ ສຸພານຸວົງ ແລະ ປະທານໄກ ສອນ ພົມວິຫານ ທີ່ແສນ
ເຄົາລົບຮັກ ເປັນຜູ້ສ້າງຕັ້ງປະຊາຊົນສອງຊາດພວກເຮົາເປັນຜູ້ຮັກສາ, ຖະນຸຖະໜອມຜ່ານຜ່າສິ່ງທ້າທາຍ ບໍ່ຈັກວ່າເທົ່າໃດ ກອງທັບ ແລະ ປະຊາຊົນລາວ, ກອງທັບ ແລະ
ປະຊາຊົນ ຫວຽດນາມ ສຸດທີ່ມີຄວາມ ພາກພູມໃຈ ແລະ ເຫັນໄດ້ວ່າຕະຫຼອດໄລຍະຜ່ານມາ ເຖິງສະພາບການມີການຜັນແປໄປຢ່າງສະຫຼັບຊັບຊ້ອນປານໃດກໍຕາມແຕ່
ສາຍພົວພັນອັນເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ສອງກອງທັບ ແລະປະຊາຊົນສອງຊາດ ຍັງໄດ້ຮັບ ການຖະນຸ
ຖະໜອມໃຫ້ຂຽວສົດງົດງາມຂຶ້ນເລື້ອຍໆ.

     ພ້ອມກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ມາ
ປະດັບ ຫຼຽນໄຊອິດສະຫຼະຊັ້ນ I,ຊັ້ນ II, ຊັ້ນ III, ຫຼຽນໄຊແຮງງານ ຊັ້ນ II ຂອງລັດຖະບານ ແລະ ຫຼຽນ ໄຊພິລະດອາດຫານຊັ້ນ I, ຊັ້ນ III ຂອງ ກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ກອງທັບປະຊາຊົນ ຫວຽດນາມ ອ້າຍນ້ອງຕະຫຼອດໄລຍະຜ່ານມາພັກ, ລັດຖະບານກອງທັບ ແລະ ປະຊາຊົນ
ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນອັນໃຫຍ່ຫຼວງໃຫ້ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ຕະຫຼອດມາ, ເຊິ່ງເປັນການປະກອບສ່ວນເພີ່ມທະ
ວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກ
ດອກອອກຜົນຈະເລີນງອກງາມ ແລະ ເຂັ້ມແຂງຕະຫຼອດກາລະນານ.