ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານພະລາທິການທົ່ວກອງທັບ
ປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະວາງທິດທາງແຜນການໃນປີ 2019

     ໃນຕອນເຊົ້າວັນທີ 18 ກຸມພາ 2019 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ວາງທິດທາງແຜນການ
ໃນປີ 2019 ຂຶ້ນຢູ່ທີ່ສະໂມສອນກົມໃຫຍ່ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳກະຊວງປ້ອງກັນປະເທດ, ມີຫົວໜ້າກົມ, ຮອງກົມ, ຫ້ອງວ່າການກະຊວງປ້ອງກັນປະ
ເທດ, ກົມໃຫຍ່ພະລາທິການກະຊວງປ້ອງກັນຄວາມສະຫງົບ, ຄະນະນຳຫ້ອງການ, ພະແນກການ, ບັນດາວິທະຍາຄານ, ຫົວໜ້າກອງພົນ, ກອງບັນຊາການທະຫານແຂວງ,
ນະຄອນຫຼວງ, ກອງພັນໃຫຍ່, ຫົວໜ້າພະລາ, ຄະນະພັກ-ຄະນະບັນຊາ, ການເງິນຈາກບັນດາອົງການກົມກອງໃນທົ່ວກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.

     ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ກອງປະຊຸມວຽກງານພະລາທິການປະຈຳປີເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານພະລາທິການປີ
2018 ຜ່ານມາ ແລະ ຜ່ານທິດທາງແຜນການ ທີ່ສຸມໃສ່ຈັດຕັ້ງປະຕິບັດໃນປີ 2019 ໃນຂົງເຂດວຽກງານພະລາທິການທີ່ນອນຢູ່ໃນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະ
ຊວງປ້ອງກັນປະເທດ ໂດຍສະເພາະແມ່ນໜ້າທີ່ທີ 3 ວ່າດ້ວຍການຈັດຕັ້ງຮັບປະກັນພະລາທິການກອງທັບ, ເຊິ່ງກອງປະຊຸມຄັ້ງນີ້ ພວກເຮົາຈະພ້ອມກັນສັງເກດ-ຕີລາຄາການ
ຈັດຕັ້ງປະຕິບັດວຽກງານປີ 2018 ຜ່ານມາ. ພ້ອມນັ້ນຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນເປັນເອກະພາບຕໍ່ທິດທາງແຜນການ, ແຜນງານທີ່ ຈະສຸມໃສ່ຈັດຕັ້ງປະຕິບັດ
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການເສີມຂະຫຍາຍປະຊາທິປະໄຕໃນການເບິ່ງບັນຫາ, ຕີລາ
ຄາສະພາບການໃຫ້ຖືກຕ້ອງພາວະວິໄສ, ບັນດາໜ້າວຽກທີ່ເຮັດໄດ້ເປັນຜົນງານອັນພົ້ນເດັ່ນ ເພື່ອເສີມຂະຫຍາຍເປັນບົດຮຽນຈັດຕັ້ງປະຕິບັດໃຫ້ກວ້າງຂວາງ ພ້ອມທັງໃຫ້
ເຫັນບັນຫາທີ່ຫຍໍ້ທໍ້, ອັນອ່ອນຄົງຄ້າງ ເພື່ອຊອກວິທີປັບປຸງແກ້ໄຂໃຫ້ແທດເຖິງກັບສະພາບການເງື່ອນໄຂໃໝ່.