ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະກຽມຄວາມພ້ອມການຈັດກອງປະຊຸມສຳມະນາ ວິທະຍາສາດ
ແລະ ສະເຫຼີມສະຫຼອງບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ

     ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມສຳມະນາ ວິທະຍາສາດ ແລະ ສະເຫຼີມສະຫຼອງບັ້ນຮົບປົດປ່ອຍ
ຜາຖີ່ຄົບຮອບ 50 ປີ (10-11/3/1968 - 10-11/3/2018)ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 19 ກຸມພາ 2018 ນີ້, ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງວ່າການປົກ
ຄອງແຂວງຫົວພັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ມີທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ພ້ອມດ້ວຍຄະນະຮັບຜິດຊອບມາຈາກກະ
ຊວງປ້ອງກັນປະເທດ, ມີບັນດາອະນຸກຳມະການທຸກພາກສ່ວນອ້ອມຂ້າງແຂວງຫົວພັນເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມ
ການຈັດກອງປະຊຸມສຳມະນາ ວິທະຍາສາດແລະສະເຫຼີມສະຫຼອງບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50 ປີ

     ໃນກອງປະຊຸມ ທ່ານ ວັນໄຊ ແພງຊຸມມາ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມແຕ່ລະໜ້າວຽກດ້ານຕ່າງໆດັ່ງນີ້: ໄດ້ແຕ່ງຕັ້ງຄະນະຮັບຜິດ
ຊອບຊີ້ນຳລວມ ແລະ ອະນຸກຳມະການເນື້ອໃນ, ອະນຸກຳມະການເສດຖະກິດ, ອະນຸກຳມະການພິທີການຮັບແຂກ, ຈັດສະຖານທີ່ ແລະ ຕົບແຕ່ງ, ອະນຸກຳມະ
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກຳມະການປຸກລະດົມຂະບວນການ, ສີລະປະວັນນະຄະດີ, ອະນຸກຳມະການບຸກຄະລາກອນ, ກຳນົດແຂກ
ເຂົ້າຮ່ວມ, ອະນຸກຳມະການຮັກສາສຸຂະພາບ, ອະນຸກຳມະການສະແດງສິລະປະການທະຫານ, ອະນຸກຳມະການຈູດບັ້ງໄຟ ລວມທັງໝົດມີ 9 ອະນຸກຳມະການ
ເຊິ່ງພ້ອມແລ້ວທີ່ຈະປະຕິບັດແຕ່ລະໜ້າວຽກໃຫ້ມີຜົນສຳເລັດຕາມແຜນການ ໃນກອງປະຊຸມແຕ່ລະອະນຸກຳມະການທຸກພາກສ່ວນໄດ້ຂຶ້ນປະກອບຄຳຄິດ
ຄຳເຫັນ ແລະ ປຶກສາຫາລື ເພື່ອຮັບປະກັນໃຫ້ແກ່ການຈັດສຳມະນາວິທະຍາສາດ ແລະ ການສະເຫຼີມສະຫຼອງວັນດັ່ງກ່າວໃຫ້ມີເນື້ອໃນຢ່າງເລິກເຊິ່ງ.

     ຕອນທ້າຍກອງປະຊຸມ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຍັງໄດ້ມີຄຳເຫັນຊີ້ນຳໃຫ້ແຕ່ລະຄະນະຮັບຜິດຊອບ ແລະ ອະນຸກຳມະການດ້ານຕ່າງໆຕ້ອງມີ
ຄວາມເປັນເຈົ້າການຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໃຫ້ບັນລຸຜົນສຳເລັດຢ່າງຈົບງາມ.