ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກົມເຕັກນິກເຂດ 2 ກອງທັບປະຊາຊົນຫວຽດນາມ
ລົງຢ້ຽມຢາມເຮັດວຽກຢູ່ກອງພົນທີ 2

     ວັນທີ 14 ກຸມພາ 2017 ນີ້, ຄະນະຜູ້ແທນກົມເຕັກນິກເຂດ 2 ກອງທັບປະຊາຊົນຫວຽດນາມ ເຊິ່ງນຳໂດຍສະຫາຍ ພັນເອກ ວູ່ແອ່ງລີ່ ຮອງຫົວໜ້າ
ກົມເຕັກນິກເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ກອງພົນທີ 2 ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ວຽງແກ້ວ
ສີສຸລາດ ຫົວໜ້າການທະຫານ ແລະສະຫາຍ ພັນເອກ ພັນແສງ ບຸນພັນ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະເຂົ້າຮ່ວມ.

                  
                                                                        ພັນເອກ ວຽງແກ້ວ ສີສຸລາດ ໄດ້ຕ້ອນຮັບຄະນະຜູ້ແທນກົມເຕັກນິກເຂດ 2 ກອງທັບປະຊາຊົນຫວຽດນາມ

     ໃນການເຄື່ອນໄຫວເຮັດວຽກເທື່ອນີ້ ຄະນະທັງສອງຝ່າຍກໍ່ໄດ້ລາຍງານສະພາບການຕ່າງໆໂດຍຫຍໍ້ຂອງຕົນໃຫ້ກັນ ແລະກັນຊາບ ໂດຍສະເພາະແມ່ນ
ວຽກງານວິຊາສະເພາະເຕັກນິກກ່ຽວກັບພາຫະນະອາວຸດກະສູນ ເວົ້າລວມ ເວົ້າສະເພາະຢູ່ກອງພົນທີ 2 ໃຫ້ມີຄຸນນະພາບຕາມຄວາມເປັນຈິງຂອງກອງທັບ
ເຮົາ ບັນຫາທີ່ສອງຝ່າຍມີຄວາມສົນໃຈ ແລະພ້ອມກັນປັບປຸງແກ້ໄຂ.

     ການມາຢ້ຽມຢາມຄັ້ງນີ້ເປັນການເສີມສ້າງໄມຕີຈິດມິດຕະພາບທີ່ດີຕໍ່ກັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອປັບ
ປຸງກອງທັບທັງສອງປະເທດນັບມື້ເຕີບໃຫຍ່ເຂັ້ມແຂງ ແລະທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.