ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໂອ້ລົມຕໍ່ນາຍ
ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງຈຳປາສັກ

     ໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກໃຕ້ຂອງ ພັນເອກ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຢ້ຽມ
ຢາມ ແລະໃຫ້ກຽດໂອ້ລົມຕໍ່ນາຍ ແລະພົນທະຫານຢູ່ກອງບັນຊາການທະຫານແຂວງຈຳປາສັກ ໃນວັນທີ 16 ກຸມພາ 2017 ນີ້, ເຂົ້າຮ່ວມຮັບຟັງມີຄະນະ
ພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະພົນທະຫານອ້ອມຂ້າງກອງບັນຊາການທະຫານແຂວງຈຳປາສັກ.

                  
                                                                     ພັນເອກ ວົງສອນ ອິນປານພິມ ເປັນປະທານໂອ້ລົມຕໍ່ນາຍແລະພົນທະຫານຢູ່ກອງບັນຊາການທະຫານແຂວງຈຳປາສັກ

     ໂອກາດນີ້, ພັນເອກ ວົງສອນ ອິນປານພິມ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ກອງບັນຊາການທະຫານແຂວງຈຳປາສັກຍາດມາໄດ້ໃນໄລຍະ
ທີ່ຜ່ານມາ ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນກໍ່ແມ່ນວຽກງານ ປກຊ-ປກສ ເຊິ່ງໄດ້ເຮັດໃຫ້ທ້ອງຖິ່ນແຂວງຈຳປາສັກມີຄວາມສະຫງົບປອດໄພໂດຍພື້ນ
ຖານ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມທັງໄດ້ຍົກໃຫ້ເຫັນສະ
ພາບການໃນພາກພື້ນ ແລະສາກົນທີ່ຜັນແປໄປຢ່າງສັບສົນ ມີທັງສິ່ງທ້າທາຍ ແລະເອື້ອອຳ ນວຍຕໍ່ການພັດທະນາເສດທະກິດ-ສັງຄົມຂອງປະເທດເຮົາ ເຊິ່ງ
ມັນໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ນັກຮົບໃນກົມກອງໃຫ້ນັບມື້ເລິກ
ເຊິ່ງເຖິງຖອງເພື່ອກຳໃຫ້ແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງກອງທັບ ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ
ໃຫ້ນັບມື້ສູງຂຶ້ນ.