ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມການເມືອງ ວປກ ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ
ປະຈຳປີ 2016 ແລະ ວາງທິດທາງປີ 2017

     ໃນວັນທີ 15 ກຸມພາ 2017 ນີ້, ກົມການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ໄດ້ຈັດຕັ້ງພິທີສະຫຼຸບຖອດຖອນບົດຮຽນວຽກງານ
ຮອບດ້ານ ປະຈຳປີ 2016 ແລະວາງທິດທາງແຜນການປີ 2017 ຂຶ້ນ. ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າ
ການເມືອງ ວປກ, ມີແຂກທີ່ຖືກເຊີນຈາກ 11 ພາກສ່ວນ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກົມເຂົ້າຮ່ວມ.

                  
                                                                        ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ໃຫ້ກຽດມອບໃບຍ້ອງຍໍຜົນງານ 5 ປີໃຫ້ຜູ້ທີ່ມີຜົນງານດີເດັ່ນ

     ສະຫາຍ ພັນໂທ ບຸນທອນ ອຸປະພັນ ຮອງຫົວໜ້າກົມການເມືອງ ວປກ ໄດ້ຂຶ້ນຜ່ານບົດສະຫຼຸບຮອບດ້ານ ປະຈຳປີ 2016 ທີ່ຜ່ານມາໃຫ້ຮູ້ວ່າ: ອົງການ
ຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ-ປະກັນສັງຄົມ, ວຽກງານກວດກາ, ປ້ອງກັນພາຍໃນ, ໄອຍະການ ແລະອື່ນໆທີ່ປິ່ນອ້ອມ ແລະເປັນເສນາທິການທາງ
ດ້ານວຽກງານພັກ-ວຽກງານການເມືອງໃຫ້ແກ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມີຜົນສຳເລັດຮອບດ້ານ. ທັງໄດ້ຮັບຟັງການເຜີຍແຜ່ທິດທາງ
ແຜນການໃນຊຸມປີຕໍ່ໜ້າອີກດ້ວຍ. ນອກຈາກນີ້ຍັງໄດ້ເປີດໂອກາດໃຫ້ແຕ່ລະສະຫາຍຂຶ້ນປະກອບຄຳຄິດ-ຄຳເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ບົດສະຫຼຸບໄດ້
ມີເນື້ອໃນຄົບຖ້ວນ ແລະສົມບູນຂຶ້ນກວ່າເກົ່າ.

     ຕອນທ້າຍຂອງພິທີຍັງໄດ້ຈັດຕັ້ງມອບໃບຍ້ອງຍໍຜົນງານ 5 ປີ ໃຫ້ແກ່ພະແນກການລວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນ, ເນື່ອງໃນໂອກາດສະເຫຼີມ
ສະຫຼອງວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 20 ປີ (13.12.1996 - 13.12.2016 ) ຈຶ່ງໄດ້ຮັບຫຼຽນໄຊພິລະອາດຫານ
ຊັ້ນ II ໃຫ້ ລວມໝູ່ມີ 01 ພະແນກ, ບຸກຄົນມີ 09 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ໃຫ້ບຸກຄົນມີທັງໝົດ 13ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນ
ປະເທດ ຈຳນວນ 16 ສະຫາຍ ແລະໃບຍ້ອງຍໍກົມໃຫຍ່ການເມືອງກອງ ທັບໃຫ້ບຸກຄົນມີຈຳນວນທັງໝົດ: 20 ສະຫາຍ ໂອກາດດັ່ງກ່າວສະຫາຍຫົວໜ້າ
ການເມືອງ ວປກ, ຍັງໄດ້ໃຫ້ກຽດກ່າວໂອ້ລົມຕໍ່ພິທີ, ໂດຍສະຫາຍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍ, ພ້ອມຕີລາຄາສູງຕໍ່ໝາກຜົນທີ່ຍາດມາໄດ້. ທັງໄດ້
ເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງພ້ອມກັນເອົາໃຈໃສ່ສ້າງຄວາມຮັບຮູ້-ຄວາມເຂົ້າໃຈຕໍ່ໜ້າທີ່ວຽກງານໃຫ້ເລິກເຊິ່ງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີ
ຄວາມໜັກແໜັ້ນທາງດ້ານແນວນຄິດການເມືອງ, ມີຄຸນສົມບັດສິນທຳປະຕິວັດ.