ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ສີຫວາດ ແກ້ວບຸນພັນ ຢ້ຽມຢາມກອງພົນທີ 1


     ໃນວັນທີ 18 ທັນວາ ນີ້, ຄະນະພັກ-ຄະນະບັນຊາການ ກອງພົນທີ 1 ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າ ການທະຫານ ກອງພົນທີ 1
ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ສະຫາຍ ພົນເອກ ສີຫວາດ ແກ້ວບຸນພັນ ອະດີດກໍາມະການ ກົມການເມືອງສູນກາງພັກ, ອະດີດປະທານແນວລາວສ້າງຊາດ.

     ໂອກາດການມາຢ້ຽມຢາມຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ກໍໄດ້ນໍາເອົາຄວາມຫ່ວງໃຍ, ຄວາມສາມັກຄີຮັກແພງ, ຄວາມຄິດຮອດຄິດເຖິງມາຍັງພະ
ນັກງານ-ນັກຮົບກອງ ພົນທີ 1. ພ້ອມທັງກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ການຕ້ອນຮັບດ້ວຍນໍ້າໃຈຮັກແພງຢ່່າງລົ້ນເຫຼືອ ແລະ ປິຕິຊົມຊື່ນຂອງ ຄະນະພັກ-ຄະນະ
ບັນຊາການ ກອງພົນທີ 1. ຈາກນັ້ນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກໍໄດ້ກ່າວຕ້ອນຮັບດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນ
ຮັບອະດີດນັກຮົບປະຕິວັດ ທີ່ມີຈິດໃຈຮັກເຊື້ອແພງຊາດອັນດູດດື່ມ; ມີຄວາມເສຍຫຼະທີ່ສູງສົ່ງ, ມີຈິດໃຈທີ່ເຂັ້ມແຂງ, ອົດທົນ, ເປັນນັກຮົບປະຕິວັດເປັນການນໍາຜູ້ຫ້າວຫັນ,
ຍຶດໝັ້ນຕໍ່ການປະຕິວັດຢ່າງໜຽວແໜ້ນ ເພື່ອຄວາມສະຫງົບສຸກ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ຈາກຜົນງານໃນການປະ
ກອບສ່ວນ ພາລະກິດປະຕິວັດ ປົດປ່ອຍຊາດຈົນກ້າວສູ່ການສ້າງສາ ແລະ ພັດທະນາປະເທດຊາດໄດ້ເຮັດໃຫ້ ສະຫາຍກາຍເປັນນັກຮົບປະຕິວັດ ທີ່ໂດດເດັ່ນເຂັ້ມແຂງໃນ
ກອງທັບ ແລະ ໄດ້ກ້າວຂຶ້ນສູ່ການນໍາຂອງ ພັກ-ລັດ ຕາມລໍາດັບ. ປັດຈຸບັນ ທ່ານ ໄດ້ກາຍເປັນວີລະບູລຸດຂອງຊາດລາວ ທີ່ຝັງເລິກຢູ່ໃນຄວາມຄິດຈິດໃຈຂອງຄົນລາວ
ທົ່ວປະເທດ, ເປັນແວ່ນແຍງທີ່ດີໃຫ້ແກ່ ລູກຫຼານຮຸ່ນສືບທອດຕະຫຼອດໄປ.

     ຈາກນັ້ນ ສະຫາຍ ກໍໄດ້ເດີນທາງສູ່ຕົວ ເມືອງວັງວຽງ ເພື່ອຢ້ຽມຊົມເມືອງ ແຫ່ງການທ່ອງທ່ຽວທີ່ມີທິວທັດທີ່ສວຍສົດງົດງາມ, ເປັນເມືອງເຂດທີ່ໝັ້ນໜຶ່ງໃນເມື່ອກ່ອນ
ນັກຮົບປະຕິວັດ ກອງທັບປະຊາຊົນລາວເຄີຍເຄື່ອນໄຫວການປະຕິວັດຢູ່ເຂດນີ້. ການມາຢ້ຽມຢາມຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໄລຍະທີ່ພະນັກ
ງານນັກຮົບທົ່ວກອງ ພົນທີ 1 ພວມ ເບີກບານມ່ວນຊື່ນໃນການສ້າງ ຂະບວນການຕ່າງໆຕ້ອນຮັບ 35 ປີ ແຫ່ງການເຕີມໃຫຍ່ຂະ ຫຍາຍຕົວຂອງ ກອງພົນທີ 1 ແລະ ຕ້ອນ
ຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກອງພົນທີ່ຈະໄຂຂຶ້ນໃນມໍ່ໆນີ້.