ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ 3 ​ແຂວງ
​ແລະ 1 ກອງ​ພົນ​ປະ​ຈຳປີ 2018

     ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ແລະ 1 ກອງພົນຄື: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ
ກອງພົນທີ 4 ປະຈໍາປີ 2018 ແລະ ທິດທາງແຜນການປີ 2019. ໄດ້ສຳເລັດລົງຢ່າງເປັນທາງການ, ພາຍຫຼັງດໍາເນີນມາເປັນເວລາເຄິ່ງວັນ ໃນວັນທີ 18 ທັນວາ2018 ນີ້,
ທີ່ຫ້ອງວ່າການແຂວງບໍລິຄໍາໄຊ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະ
ທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ມີທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ,
ເລຂາພັກແຂວງ, ເຈົ້າແຂວງ ແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງ
ປ້ອງກັນຄວາມສະຫງົບ, ກອງພົນທີ 4 ແລະ ບັນດາທ່ານປະທານ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈາກ 3 ແຂວງ ແລະ 1 ກອງພົນເຂົ້າຮ່ວມ.


ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກອງ​ປະຊຸມ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ 3 ​ແຂວງ ແລະ 1 ກອງ​ພົນ​ປະ​ຈຳປີ 2018

     ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ 3 ແຂວງ ແລະ 1 ກອງພົນດັ່ງກ່າວໃນໄລຍະ 1 ປີ ຜ່ານມາ, ໃນນີ້ໄດ້ຕີ
ລາຄາສະພາບລວມຂອງພາກພື້ນ ແລະ ພາຍໃນປະເທດ, ເວົ້າສະເພາະກໍແມ່ນ 3 ແຂວງ ແລະ 1 ກອງພົນ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກ-ລັດຖະບານ, ຄະນະກໍາ
ມະການ ປກຊ-ປກສ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໂດຍສະພາບລວມແລ້ວ ແຂວງບໍລິຄໍາໄຊ, ແຂວງສະຫວັນ, ແຂວງຄໍາມ່ວນ ແລະ ກອງພົນທີ 4 ແມ່ນສືບຕໍ່ຮັກສາ
ໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງໃຫ້ໜັກແໜ້ນ, ກໍາລັງ ປກຊ-ປກສ ນັບມື້ເຕີບໃຫຍ່
ເຂັ້ມແຂງ, ປະຊາຊົນບັນດາເຜົ່າຢູ່ທ່າງທໍາມາຫາກິນສ້າງເສດຖະກິດຄອບຄົວ ແລະ ພັດທະນາທ້ອງຖິ່ນຂອງຕົນໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆຕາມແນວທາງ
ປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ນອກນີ້ຍັງໄດ້ສຸມໃສ່ການສືກສາອົບຮົມນໍ້າໃຈຮັກຊາດ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ,
ການປັບປຸງກໍ່ສ້າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນຢ່າງເລິກເຊິ່ງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດຂອງທ້ອງຖິ່ນ, ຄວາມເປັນລະ
ບຽບຮຽບຮ້ອຍໃນສັງຄົມ.

     ໃນກອງປະຊຸມຄັ້ງນີ້ບັນດາຜູ້ຕາງໜ້າຈາກ 3 ແຂວງ ແລະ 1 ກອງພົນໄດ້ພ້ອມກັນຂື້ນປະກອບຄໍາເຫັນແລກປ່ຽນບົດຮຽນ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດ
ວຽກງານ ປກຊ-ປກສ ຢູ່ທ້ອງຖິ່ນຂອງຕົນຢ່າງກົງໄປກົງມາເຊິ່ງບັນດາທ່ານແມ່ນໄດ້ເປັນເອກະພາບບົດສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນປີ 2018
ຜ່ານມາ ແລະ ທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2019 ໃຫ້ໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ.

     ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ແລະ 1 ກອງພົນໃນຄັ້ງນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາ
ລາດ ຍັງໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລຍະ 1 ປີ
ຜ່ານມາ ເຖິງແມ່ນວ່າໄດ້ປະເຊີນກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການແຕ່ອໍານາດການປົກຄອງແຂວງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບບັນດາ
ກົມກອງແຕ່ລະຂັ້ນໄດ້ເຮັດສຳເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ, ພ້ອມກັນນັ້ນ ທ່ານກໍໄດ້ເນັ້ນໜັກໃຫ້ອໍານາດການປົກຄອງແຂວງ ແລະ ບັນດາກົມກອງກໍາລັງປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ ແລະ ກອງພົນທີ 4 ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີ
ກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອຕອບ
ຕ້ານທັບມ້າງທຸກກົນອຸບາຍ ຍຸດທະສາດ ການເຄື່ອນໄຫວຂອງບັນດາອິດທິກໍາລັງປໍລະປັກ, ຮັບປະກັນເຮັດໃຫ້ປະທດຊາດມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານ
ການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຊາຊົນບັນດາເຜົ່າມີຄວາມຜາສຸກຮົ່ມເຢັນ.