ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດອັດຂະບວນການກີລາ

     ໃນວັນທີ 15 ທັນວາ 2017 ນີ້, ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ອັດຂະບວນການແຂ່ງຂັນກີລາບານສົ່ງມິດຕະພາບຂອງສະຫະ
ພັນແມ່ຍິງກະຊວງປ້ອງກັນປະເທດ ປະຈຳປີ 2017 ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະຊາ, ກົມ, ຫ້ອງການ, ກອງ ແລະ ນັກກີລາເຂົ້າຮ່ວມການແຂ່ງຂັນກີລາເພື່ອຂໍ່ານັບຮັບ
ຕ້ອນວັນປະຫວັດສາດສຳຄັນຂອງຊາດຂອງພັກ ເວົ້າສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີທີຈະມາເຖິງນີ້.


ພົນຈັດຕະວາ ວັນທອງ ກອງມະນີ ມອບລາງວັນໃຫ້ທີມທີ່ໄດ້ຊະນະເລີດ

     ພັນເອກ ນາງ ຄຳພູ ສິດທິເສນ ຫົວໜ້າຫ້ອງການສະຫະແມ່ຍິງກອງທັບ ກໍໄດ້ຂຶ້ນຜ່ານບົດສະຫຼຸບການແຂ່ງຂັນກີລາບານສົ່ງມິດຕະພາບໃນຄັ້ງນີ້ ເຊິ່ງ
ໄດ້ຍົກໃຫ້ເຫັນດ້ານດີດ້ານອ່ອນຂໍ້ຄົງຄ້າງໃນໄລຍະການແຂ່ງຂັນກີລາມິດຕະພາບລະຫວ່າງສະຫະພັນແມ່ຍິງແຕ່ລະກົມກອງເຂດໃຈກາງນະຄອນຫຼວງໃຫ້
ມີບັນຍາກາດເບີກບານມ່ວນຊື່ນ ແລະ ຮັດແໜ້ນຄວາມສາມັກຄີ ເຊິ່ງຜ່ານການແຂ່ງຂັນໃນໄລຍະຜ່ານມາສາມາດສະຫຼຸບໄດ້ຄື: ທີ 1 ສະຫະພັນແມ່ຍິງ
ກົມວິທະຍາສາດ-ປະຫວັດສາດການທະຫານ, ທີ 2 ສະຫະພັນແມ່ຍິງວິທະຍາຄານກົມມະດຳ ແລະ ທີ 3 ແມ່ນກອງພັນໃຫຍ່11.

     ໃນພິທີ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກໍໄດ້ຂຶ້ນໂອ້ລົມຕໍ່ຂະບວນການແຂ່ງຂັນດັ່ງກ່າວ ກ່ອນອື່ນ
ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳ, ຄະນະຮັບຜິດຊອບ, ກຳມະການຕັດສິນທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີການເມືອງຂອງຕົນ, ທັງນີ້ກໍເພື່ອເປັນການຖອດຖອນ
ບົດຮຽນ, ຄວາມສາມັກຄີ, ສ້າງຄວາມເບີກບານມວ່ນຊື່ນ ແລະ ຈົ່ງສືບຕໍ່ສ້າງແຜນການແຂ່ງຂັນກີລາຢູ່ພາຍໃນກົມກອງຂອງຕົນໃກ້ມີບັນຍາກາດຟົດຟື້ນ
ເພື່ອນຳພາກົມກອງຂຶ້ນເປັນກ້າວໆ.


ພາບລວມຂະບວນການແຂ່ງຂັນກີລາບານສົ່ງມິດຕະພາບຂອງສະຫະພັນແມ່ຍິງກະຊວງປ້ອງກັນປະເທດປະຈຳປີ 2017