ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບຖໍ້າມູນເຊື້ອສູນບັນຊາສື່ສານກອງບັນຊາການທະຫານສູງສຸດ
ກອງທັບປົດປ່ອຍປະຊາຊົນລາວ


ການເຊັນບົດບັນທຶກມອບ-ຮັບສາມບໍລິສັດກ້າວໜ້າສະຖາປັດ, ກົມສື່ສານກົມໃຫຍ່ເສນາທິການກອງທັບ ແລະ ກອງບັນຊາການທະຫານແຂວງຫົວພັນ

     ໃນວັນທີ 15 ພະຈິກນີ້, ຢູ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ແລະ ເປີດຖໍ້າມູນເຊື້ອສູນບັນຊາສື່ສານກອງບັນຊາການທະຫານສູງສຸດກອງ
ທັບປົດປ່ອຍປະຊາຊົນລາວ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ
ສະຫາຍ ທອງຢ້ຽວ ພັດມະນີຈັນ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າ ຄະນະຈັດຕັ້ງແຂວງໆ ຫົວພັນ, ພ້ອມດ້ວຍບັນດາການນຳພັກ-ລັດ, ການນຳ ກະຊວງປ້ອງ
ກັນປະເທດ, ຄະນະພັກ- ຄະນະບັນຊາ, ພະນັກງານ-ນັກຮົບ ພ້ອມດ້ວຍອຳນາດການປົກຄອງ ເມືອງ ວຽງໄຊເຂົ້າຮ່ວມ.

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າ ກົມໃຫຍ່ ເສນາທິການກອງທັບ, ຫົວໜ້າ ອານຸກຳມະການເນື້ອໃນໂຄງການກ່າວວ່າ: ການຈັດຕັ້ງມອບ- ຮັບຜົນ
ສຳເລັດໂຄງການ ແລະ ເປີດການນຳໃຊ້ຖໍ້າສູນບັນຊາສື່ສານ ກອງບັນຊາການທະຫານສູງສຸດໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງປະກອບສ່ວນ ໂດຍກົງເຂົ້າໃນການຈັດ
ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ວ່າດ້ວຍການຊຸກຍູ້ສົ່ງເສີມ ແລະ ພັດທະນາມູນເຊື້ອຂອງຊາດ, ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ນອກນີ້
ຍັງມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດ ທັງເປັນການຈາລຶກຜົນງານມູນເຊື້ອ ແລະ ໄຊຊະນະຂອງການປະຕິວັດລາວ ເວົ້າລວມ, ເວົ້າສະເພາະແມ່ນສະແດງ
ເຖິງຄວາມຮູ້ບຸນຄຸນຕໍ່ບັນດາພະນັກງານ-ນັກຮົບເຫຼົ່າຮົບສື່ສານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ, ທັງເປັນການໂຄສະນາເຜີຍແຜ່, ສຶກສາອົບຮົມ, ປຸກລະດົມ
ໃຫ້ບັນດາຊັ້ນຄົນໃນສັງຄົມ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ແລະ ທັງເປັນການອານຸລັກຮັກສາສະຖານທີີ່ຕັ້ງ ສູນບັນຊາສື່ສານກອງບັນຊາການທະຫານສູງສຸດ ໄວ້ເປັນບ່ອນສຶກ
ສາມູນເຊື້ອໃຫ້ບັນດາຄົນຮຸ່ນຫຼັງໄດ້ຮັບຮູ້ ແລະ ສຳນຶກເຫັນໄດ້ພາບ ແຫ່ງການສູ້ຮົບອັນດຸເດືອດ, ຂ້ຽວຂາດແຕ່ດ້ວຍນໍ້າໃຈຮັກຊາດນໍ້າໃຈສູ້ຮົບພິລະອາດຫານ ທົນທານ
ໝັ້ນໜຽວ ແລະ ຄວາມສາມັກຄີເປັນໜຶ່ງດຽວ ຂອງພະນັກງານ-ນັກຮົບຢູ່ພາຍໃນ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ສຸດທ້າຍກໍໄດ້ຮັບໄຊຊະນະຢ່າງ
ສະຫງ່າງາມ, ເພື່ອເຮັດໃຫ້ສະຖານທີ່ປະຫວັດສາດມູນເຊື້ອ ດັ່ງກ່າວກາຍເປັນແຫຼ່ງທ່ອງທ່ຽວຮຽນຮູ້ທາງດ້ານປະຫວັດ ສາດສຳຄັນອີກແຫ່ງໜຶ່ງຂອງ ສປປ ລາວ.

     ໃນພິທີດັ່ງກ່າວ ສະຫາຍ ພັນໂທ ແສງສຸລິວົງ ທຳມະວົງ ຮອງຫົວໜ້າ ກົມສື່ສານ, ກົມໃຫຍ່ເສນາທິການກອງທັບ ກໍໄດ້ເລົ່າຄືນມູນເຊື້ອອັນພິລະອາດຫານ ຂອງສູນ
ບັນຊາສື່ສານ ກອງບັນຊາການຕື່ມອີກວ່າ: ເຫຼົ່າຮົບສື່ສານກອງບັນຊາການທະຫານສູງສຸດ ແມ່ນອົງການຈັດຕັ້ງໜຶ່ງ ມີໜ້າທີ່ສຳຄັນໃນການຕິດຕໍ່ພົວພັນໃຫ້ແກ່ການຊີ້ນຳ
ບັນຊາສະໜາມຮົບທົ່ວປະເທດ ໃນການເປັນເສນາທິການໃຫ້ແກ່ ຄະນະພັກກອງບັນຊາການທະຫານສູນກາງ, ດັ່ງນັ້ນມາເຖິງວັນທີ 13 ເມສາ 1964 ກຳລັງສື່ສານສ້າງ
ຕັ້ງຢູ່ບ້ານກາງທາດ, ເມືອງໂສຍຕໍ່ມາແມ່ນຕັ້ງຢູ່ບໍລິເວນ ກຸ່ມຖໍ້າພູແຄ (ຖໍ້າເສືອ) ເມືອງວຽງໄຊ, ໃນໄລຍະປີ 1964-1975 ໃນເວລານັ້ນພະແນກສື່ສານ ກອງບັນຊາການ
ທະຫານສູງສຸດ ປະກອບເຄື່ອງຈັກໂທລະເລກ 102-E ຈຳ  ນວນ1 ຊຸດ, ຈັກລວມໂທລະສັບ 40 ປະຕູ 1 ເຄື່ອງພ້ອມດ້ວຍຈັກນ້ອຍ ແລະ ສາຍຈຳນວນໜຶ່ງເພື່ອຕິດຕັ້ງຢັ່ງ
ຍາຍໃຫ້ບັນດາສຳນັກງານ ໃນກອງບັນຊາການທະຫານສູງສຸດ ເຊິ່ງຖໍ້າສູນບັນຊາສື່ສານແຫ່ງນີ້ມີຫ້ອງຖໍ້າທັງໝົດ 10 ຫ້ອງ, ຖໍ້າແຕ່ລະຫ້ອງແມ່ນໄດ້ຈັດສັນແບ່ງໜ້າທີ່
ຄວາມຮັບຜິດຊອບຢ່າງຈະແຈ້ງຄື: ຫ້ອງຖໍ້າໃຫຍ່ ເປັນກຳລວມນຳໃຊ້ເປັນບ່ອນເຮັດວຽກ ແລະ ຫ້ອງນອນ, ຫ້ອງຖໍ້າຄະນະກອງໃຊ້ເປັນບ່ອນເຮັດວຽກ, ຫ້ອງຖໍ້າສຳລັບເກັບ
ມ້ຽນເຄື່ອງສື່ສານ, ຫ້ອງຖໍ້າສຳລັບໃຫ້ເອື້ອຍນ້ອງແມ່ຍິງໂທລະເລກນອນ, ຫ້ອງຖໍ້າ A 5 ແມ່ນຕິດຕັ້ງຈັກໂທລະເລກ, ຫ້ອງຖໍ້າ A 2 ບ່ອນຕັ້ງຈັກໄຟຟ້າ, ຫ້ອງຖໍ້າ A 1 ບ່ອນ
ຕັ້ງຈັກໂທລະເລກ, ຫ້ອງຖໍ້າຕັ້ງຈັກລວມໂທລະສັບ 40 ປະຕູ, ຫ້ອງຖໍ້າສ້ອມແປງຈັກ ແລະ ຫ້ອງຖໍ້າ A 7 ບ່ອນຕັ້ງຈັກໂທລະເລກແບ່ງອອກເປັນ 5 ໝວດ, ວິຊາສະເພາະຂຶ້ນ
ກັບຄື: ໝວດໂທລະເລກ, ໝວດໂທລະສັບ, ໝວດຕິດຕໍ່ທາງຕີນ, ໝວດແປງຈັກ, ໝວດໄຟຟ້າ, ໂດຍຈຳນວນພົນທັງໝົດ 100 ກວ່າສະຫາຍ, ການປະຕິບັດວຽກງານ
ໃນຖໍ້າສູນບັນຊາສື່ສານນີ້ ແມ່ນໄດ້ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ຂອງແຕ່ລະຂະແໜງການຂອງໃຜລາວແມ່ນສຸມໃສ່ຮັບປະກັນການຕິດຕໍ່ສື່ສານໃຫ້ມີຄວາມປອດ
ໄພ, ທັນເວລາ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຖິງວ່າມີຈຳນວນພົນໜ້ອຍ ແຕ່ກໍໄດ້ເຮັດດ້ວຍຄວາມຮັບຜິດຊອບສູງ.

     ຕອນທ້າຍພິທີຍັງໄດ້ມີການເຊັນບົດບັນທຶກມອບ-ຮັບສາມ ຝ່າຍຄື: ບໍລິສັດກ້າວໜ້າສະຖາປັດ, ກົມສື່ສານກົມໃຫຍ່ເສນາທິການກອງທັບ ແລະ ກອງບັນຊາການທະ
ຫານແຂວງຫົວພັນ.