ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ
ຂັ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ

     ໃນວັນທີ 16 ພະຈິກ 2018 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ສຳເລັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງຄຸ້ມຄອງຂອງ
ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ,
ມີຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່, ຫ້ອງວ່າການກະຊວງເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ

     ໃນກອງປະຊຸມໃນນີ້, ຄະນະພັກແຕ່ລະຂັ້ນໄດ້ພ້ອມກັນຄົ້ນຄວ້າໃນການສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ
ໂດຍອີງຕາມຈຸດພິເສດ ແລະ ຄວາມຮຽກຮ້ອງຕ້ອງການສະເພາະໜ້າຂອງຕຳແໜ່ງງານໃນແຕ່ລະຂະແໜງການ, ແຕ່ລະເຫຼົ່າຮົບ ແນໃສ່ການກະຕຸກຊຸກຍູ້ໃຫ້ພະນັກງານເຝິກ
ຝົນຫຼໍ່ຫຼອມຕົນເອງ ເພື່ອຮັບປະກັນການປະຕິບັດໜ້າທີ່ໃນໄລຍະໃໝ່ນັ້ນຈຶ່ງຕ້ອງການໃຫ້ມີຄວາມຮັບປະກັນລັກສະສົມສ່ວນລະຫວ່າງພະນັກງານ 3 ຮຸ່ນຄື: ພະນັກງານອາ
ຍຸສູງ, ພະນັກງານອາຍຸປານກາງ ແລະ ພະນັກງານໜຸ່ມນ້ອຍຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນເພື່ອມາເປັນຜູ້ສືບທອດຮັບພາລະກຳຂອງກອງ
ທັບ ກໍຄືຂອງປະເທດຊາດ, ນຳພາປັບປຸງການກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຫຼັກແຫຼ່ງແກ່ນສານໃນພາລະກິດປົກປັກຮັກສາ
ແລະ ສ້າງສາປະເທດຊາດ ໃຫ້ກ້າວເດີນຕາມອຸດົມການສັງຄົມນິຍົມດ້ວຍທ່ວງທ່າອັນໜັກແໜ້ນ.