ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດລົງພົບປະຄະນະຮັບຜິດຊອບ
ວຽກງານກວດ-ກູ້ລະເບີດກອງທັບລາວ-ຣັດເຊຍ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມພົບປະໂອ້ລົມຄະນະຮັບຜິດ
ຊອບວຽກງານກວດກູ້ລະເບີດກອງທັບ ລາວ-ຣັດເຊຍ ຢູ່ເຂດບ້ານ ທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃນວັນທີ 17 ພະຈິກ 2018 ນີ້.


ພົນໂທ ຈັນສະໝອນ ຈັນຍາລາດ ລົງຢ້ຽມຢາມພົບປະໂອ້ລົມຄະນະຮັບຜິດຊອບວຽກງານກວດກູ້ລະເບີດກອງທັບລາວ-ຣັດເຊຍ

     ໃນໂອກາດລົງພົບປະຢ້ຽມຢາມຄັ້ງນີ້ີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບໜ່ວຍງານກວດ-ກູ້ລະເບີດ ຈົ່ງພ້ອມກັນເອົາໃຈ
ໃສ່ເຮັດວຽກງານປ້ອງກັນໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມປອດໄພ 100%, ພ້ອມນັ້ນ ກໍຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ, ມີການແລກປ່ຽນບົດຮຽນຂໍ້ມູນ
ຂ່າວສານ ເພື່ອສະດວກໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ, ໂດຍສະເພາະແມ່ນການພົວພັນອຳນາດການປົກຄອງທ້ອງຖິ່ນ, ແຂວງ, ເມືອງ, ທະຫານ, ຕຳຫຼວດ
ເພື່ອອຳນວຍຄວາມສະດວກໃຫ້ການຕິດຕາມຊ່ວຍ ເຫຼືອເບິ່ງແຍງຄະນະຮັບຜິດຊອບໜ່ວຍງານກວດກູ້ລະເບີດໃນການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ມີຜົນສຳເລັດຕາມ
ແຜນການ, ເພາະວ່າການກວດກູ້-ທຳລາຍລະເບີດບໍ່ທັນແຕກຮ່ວມກັບກອງທັບຣັດເຊຍຄັ້ງນີ້ ນອກຈາກຈະເປັນການຮັບປະກັນຄວາມປອດໄພໃຫ້ປະຊາຊົນລາວບັນດາ
ເຜົ່າໃຫ້ດຳລົງຊີວິດປາສະຈາກຄວາມອັນຕະລາຍຈາກລະເບີດບໍ່ທັນແຕກແລ້ວ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ
ແຫ່ງການພັດທະນາຂອງລັດຖະບານແນໃສ່ລົບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໃນປີ 2020.

     ໂອກາດນີ້, ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າການທະຫານກອງກວດກູ້ລະເບີດ 58, ຮອງຫົວໜ້າໜ່ວຍປະຕິບັດງານພາກສະໜາມ ໄດ້ລາຍງານກ່ຽວກັບການຈັດ
ຕັ້ງປະຕິບັດຕົວຈິງຢູ່ພາກສະໜາມ ເຊິ່ງໃນການກວດກູ້ເບື້ອງຕົ້ນແມ່ນ 100 ເຮັກຕາ, ຢູ່ເຂດບ້ານ ທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃນນີ້ຄະນະປະຕິບັດງານກອງ
ກວດກູ້ລະເບີດ 58 ແມ່ນຮັບຜິດຊອບຖາງປ່າ, ປັກຫຼັກໝາຍ, ແຕ້ມແຜນວາດສະໜາມ ແລະ ວຽກງານທຳລາຍລະເບີດ. ມາເຖິງປັດຈຸບັນຖາງປ່າໄດ້ເນື້ອທີ່ທັງໝົດ 22
ເຮັກຕາກວ່າ, ສ່ວນຄະນະຝ່າຍຣັດເຊຍ ຮັບຜິດຊອບກວດຄົ້ນຊອກຫາລະເບີດບໍ່ທັນແຕກໃນເນື້ອທີ່ທີ່ໄດ້ກຳນົດເຊິ່ງກວດກູ້ໄດ້ 3 ສະໜາມໃນເນື້ຶອທີ່ທັງໝົດ 14 ເຮັກຕາ
ກວ່າ, ມາເຖິງປັດຈຸບັນສາມາດກວດກູ້ພົບຊະນິດລະເບີດ ແລະ ທຳລາຍໄດ້ທັງໝົດ 63 ລູກ, ໃນນີ້ມີລະເບີດບອມບີ້ BLU26 ມີ 52 ໜ່ວຍ, ລະເບີດບອມບີ້ BLU3B ມີ
2 ໜ່ວຍ, ລະເບີດບອມບີ້BLU63 ມີ 4 ໜ່ວຍ, ລູກຈະຫຼວດ 2,75 ນີ້ວ 1 ລູກ, ລູກປືນ 12,7 ມມ 3 ລູກ, Fuze:SBU-30 ໄດ້ 1 ຟີວ, ນອກນີ້ໜ່ວຍງານກວດກູ້ລະ
ເບີດ 58 ຍັງໄດ້ອອກທຳລາຍລະເບີດບໍ່ທັນແຕກຊ່ວຍປະຊາຊົນທີ່ພົບເຫັນຢູ່ຕາມໄຮ່ນາຮົ້ວສວນ ຈຳນວນ 2 ໜ່ວຍ.

     ໂອກາດລົງເຄື່ອນໄຫວໃນຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ລົງເບິ່ງສະໜາມກວດກູ້ລະເບີດ, ທີ່ພັກຂອງຝ່າຍຣັດເຊຍ, ຫ້ອງເຝິກອົບຮົມຝ່າຍຣັດ
ເຊຍ ແລະ ຢ້ຽມຢາມທີ່ພັກຂອງທະຫານຊ່າງແສງ ແລະ ພະລາທິການຂອງຝ່າຍລາວອີກດ້ວຍ.