ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນໃຫ້ນາຍທະຫານ ຈາກຊັ້ນພັນຕີຂຶ້ນພັນໂທ

     ພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຊັ້ນພັນຕີຂຶ້ິນພັນໂທຈາກບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ຈຳນວນ 274 ສະຫາຍ ໄດ້ຈັດຂຶ້ນໃນ
ຕອນເຊົ້າຂອງວັນທີ 18 ຕຸລານີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຈາກຊັ້ນພັນຕີຂຶ້ິນພັນໂທ

     ໃນພິທີ ທ່ານ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາອົງການ, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໂດຍອີງໃສ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາ
ຊົນລາວທີ່ລະບຸໄວ້ໃນໝວດທີ່ III ມາດຕາທີ 17 ແລະ 18 ວ່າດ້ວຍການເລື່ອນຊັ້ນແກ່ຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນ ແລະ ອີງ
ຕາມມາດຖານເງື່ອນໄຂ ແລະ ໜ້າທີ່ຕຳແໜ່ງຄວາມຮັບຜິດຊອບຂອງນາຍທະຫານແຕ່ລະສະຫາຍ.

     ໂອກາດດັ່ງກ່າວ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຄຸນງາມຄວາມດີຂອງນາຍທະຫານແຕ່ລະສະຫາຍທີ່
ສ້າງມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນ
ເອງໃນທຸກດ້ານ ໂດຍສະເພາະແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ເປັນເຈົ້າການຍົກສູງຄວາມຮູ້-ຄວາມ
ສາມາດໃຫ້ນັບມື້ສູງຂຶ້ນ, ເພື່ອໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ພ້ອມກັບໝູ່ຄະນະນຳພາ, ອົງການ, ຂະແໜງການ ແລະ ກົມກອງ
ຂອງຕົນ ປະຕິບັດໜ້າທີ່ວຽກງານທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິພາບ.