ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລືວຽກງານຊາຍແດນຮ່ວມ 2 ກອງບັນຊາການ

     ໃນວັນທີ 11 ຕຸລາ 2016 ຜ່ານມາ, ຄະນະຜູ້ແທນກອງບັນຊາການທະຫານແຂວງຜົ້ງສາລີ ສປປ ລາວ ໄດ້ເດີນທາງໄປຮ່ວມກອງປະຊຸມປຶກສາຫາລື
ວຽກງານຊາຍແດນ ຢູ່ກອງບັນຊາການທະຫານປ້ອງກັນຊາຍແດນປະຈຳເມືອງຫຼ້າ ສປ ຈີນ, ໂດຍໃຫ້ກຽດຕ້ອນຮັບອັນສະໜິດສະໜົມຂອງ ພັນເອກ ໂລປິງ
ຢາງ ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນປະຈຳເມືອງຫຼ້າ ສປ ຈີນ ພ້ອມດ້ວຍຄະນະ, ຢູ່ທີ່ໂຮງແຮມຈຽນແລນ ເມືອງຫຼ້າ ແຂວງຢຸນນານ ສປ
ຈີນ.

                                 
                                             

     ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ພົບປະແລກປ່ຽນສະພາບບໍລິເວນຊາຍແດນລະຫວ່າງກອງບັນຊາການທະຫານແຂວງຜົ້ງສາລີ ກັບກອງບັນຊາການ
ທະຫານປ້ອງກັນຊາຍແດນປະຈຳເມືອງຫຼ້າ ສປ ຈີນ. ຕາງໜ້າຝ່າຍລາວ ນຳໂດຍ ພັນໂທ ບຸນເຮືອງ ຈັນທະວົງ ຄະນະພັກຫົວໜ້າຫ້ອງເສນາທິການກອງບັນ
ຊາການທະຫານແຂວງຜົ້ງສາລີ ພ້ອມດ້ວຍຄະນະ, ຝ່າຍ ສປ ຈີນ ນຳໂດຍ ພັນເອກ ໂລປິງຢາງ ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍ ແດນປະຈຳ
ເມືອງຫຼ້າ ສປ ຈີນ ພ້ອມດ້ວຍຄະນະ, ການມາຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ກໍເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືຢ່າງຮອບດ້ານລະ
ຫວ່າງສອງຊາດ, ສອງກອງທັບລາວ-ຈີນ ເວົ້າລວມ, ເວົ້າສະເພາະກອງບັນຊາການທະຫານແຂວງຜົ້ງສາລີ ກັບກອງບັນຊາການທະຫານປ້ອງກັນຊາຍແດນ
ປະຈຳເມືອງຫຼ້າ ສປ ຈີນ, ໃຫ້ນັບມື້ມີຄວາມສະຫງົບໜັກແໜ້ນ ເຮັດໃຫ້ເສັ້ນຊາຍແດນກາຍເປັນເສັ້ນຊາຍແດນສັນຕິພາບມິດຕະພາບ ແລະມີຄວາມສະ
ຫງົບປອດໄພ 100%.