ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນຕີ ສຸວອນ ເລືອງບຸນມີ ລົງກວດກາຄວາມພ້ອມປະກາດສ້າງຕັ້ງກອງ “ ຂ 661 ”

     ວັນທີ 13 ຕຸລາ 2016 ທີ່ຜ່ານມາ, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ໄດ້ລົງພົບປະຢ້ຽມຢາມ ແລະກວດກາຄວາມພ້ອມຂອງການປະກາດສ້າງຕັ້ງກອງ (“ຂ 661”) ໂດຍໃຫ້ກຽດຕ້ອນຮັບຂອງ ພັນ
ໂທ ສາຍລົມ ໄຊຍະສຸກ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງ “ຄ 661” ພ້ອມດ້ວຍຄະນະ.

                                 
                                                       ພົນຕີ ສຸວອນ ເລືອງບຸນມີ ລົງພົບປະຢ້ຽມຢາມແລະກວດກາຄວາມພ້ອມຂອງການປະກາດສ້າງຕັ້ງກອງ (“661”)

     ພັນໂທ ຄຳປານ ແພງພັນ ຮອງຫົວໜ້າກົມລົດຕັງ-ຍານເກາະ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດບັນ ດາໜ້າວຽກທີ່ຈະກະກຽມປະກາດເປັນກອງ
ພັນໃຫຍ່ ແລະຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບັນດາບຸກຄະລາກອນຕຳແໜ່ງງານ, ຄະນະກອງພັນໃຫຍ່, ຂໍ້ຕົກລົງພື້ນຖານໂຄງລ່າງ ແລະຂໍ້ມູນທາງດ້ານ
ພາຫະນະເຕັກນິກ-ສູ້ຮົບ, ພາຫະນະຮັບໃຊ້ບໍລິຫານ, ຂໍ້ມູນສັງລວມແບ່ງຂັ້ນພະນັກງານ-ນັກຮົບ, ສະມາຊິກພັກສົມບູນ-ສຳຮອງ, ຫ້ອງການຊົ່ວຄາວຂອງຄະ
ນະກອງພັນໃຫຍ່ແມ່ນມາຮອດປັດຈຸບັນນີ້ກຽມພ້ອມແລ້ວ 80%, ຫຼັງຈາກນັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ລົງກວດກາພື້ນທີ່ຈະປຸກ
ສ້າງຫ້ອງການຫຼັງໃໝ່ຂອງກອງ“ຂ 661”, ກວດເບິ່ງພື້ນທີ່ທຳການຜະລິດ ເພື່ອຈັດວາງລະບົບຫ້ອງການ, ເຮືອນນອນ ແລະອື່ນໆ, ຈາກນັ້ນ ສະຫາຍກໍໄດ້
ລົງກວດກາເບິ່ງກອງຮ້ອຍ 2 ຂຶ້ນກັບກອງ “ຄ 661” ໃນການເຝິກແອບຂອງພະນັກງານ-ນັກຮົບລົດຕັງ-ຍານເກາະໃນການສະແດງຮູບການສູ້ຮົບບຸກຕີທາງ
ນ້ຳ, ສະແດງຂ້າມສິ່ງກີດຂວາງຂອງເຫຼົ່າຮົບລົດຕັງ-ຍານເກາະ ເພື່ອຮັບໃຊ້ເຂົ້າໃນບັ້ນເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານຂອງ
ເຫຼົ່າຮົບລົດຕັງ-ຍານເກາະ ຄັ້ງທີ 6 ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ.

     ໂອກາດນີ້, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໃຫ້ກຽດໂອ້ລົມ ແລະຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຈົ່ງພ້ອມກັນ
ເອົາໃຈໃສ່ເຝິກແອບຮໍ່າຮຽນຕັ້ງໜ້າສຶກສາວິທີການ ແລະບົດຮຽນອັນ ໃໝ່ທີ່ໄດ້ຮຽນມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ, ສືບຕໍ່ສຶກສາ
ອົບຮົມການເມືອງນຳພາແນວຄິດ, ສ້າງໃຫ້ໄດ້ພະນັກງານ-ນັກຮົບຜູ້ດີເດັ່ນຂອງກົມກອງ, ຍູ້ແຮງວຽກງານກໍ່ສ້າງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບ
ດ້ານ, ກອງ 3 ປອດ ແລະກອງວັດທະນະທຳຢ່າງແຂງແຮງ.