ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍ້ອງຍໍຜົນງານໃນບັ້ນຈັດຕັ້ງເຝີກອົບຮົມໜ່ວຍຊອກຄົ້ນ-ກູ້ໄພ ແລະ
ແພດສຸກເສີນກອງທັບ ບັນດາປະເທດອາຊຽນ-ບວກ

     ວັນທີ 14 ຕຸລາ 2016 ນີ້, ຢູ່ທີ່ສະໂມສອນ “ສູນ 14” ໄດ້ຈັດພິທີສະຫຼຸບຜົນສຳເລັດໃນການເຂົ້າຮ່ວມການເຝິກອົບຮົມຫັດແອບການຊ່ວຍເຫຼືອທາງ
ດ້ານການແພດ, ການຊ່ວຍເຫຼືອເພື່ອມະນຸດສະທຳ ແລະບັນເທົາ ທຸກໄພພິບັດຮ່ວມກັບກອງທັບປະເທດອາຊຽນ-ບວກ ໂດຍການເປັນປະທານຂອງ ທ່ານ
ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າກະຊວງ
ຊັບພະຍາກອນ ແລະສິ່ງແວດລ້ອມ, ກະຊວງແຮງງານສະຫວັດດີການ ແລະສັງຄົມ, ຫົວໜ້າຄະນະຊີ້ນຳການເຝິກອົບຮົມຫັດແອບ, ພະນັກງານ-ນັກຮົບ
ເຂົ້າຮ່ວມ.

                                 
                                             

     ພັນໂທ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຜົນສຳເລັດຂອງການເຂົ້າຮ່ວມເຝິກອົບຮົມຫັດແອບ
ໜ່ວຍຊອກຄົ້ນ-ກູ້ໄພ ແລະແພດສຸກເສີນ ເພື່ອປະຕິບັດຕາມໜ້າທີ່ ການເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການຊ່ວຍເຫຼືອເພື່ອມະນຸດສະທຳ
ແລະບັນເທົາທຸກໄພພິບັດຂອງກອງທັບ ປະຊາຊົນລາວ ແລະກອງທັບຍີ່ປຸ່ນ, ເຊິ່ງກອງທັບຣາຊະອານາຈັກໄທ ກັບກອງທັບສະຫະພັນຣັດເຊຍ ໄດ້ຮັບໜ້າ
ທີ່ເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການແພດທະຫານ, ເຊິ່ງມີກຳລັງຈາກກອງທັບຂອງ 10 ປະເທດອາຊຽນ ແລະ8 ປະເທດຄູ່ເຈລະຈາ ໂດຍ
ມີຈຳນວນພົນເຂົ້າຮ່ວມ 2.000 ກວ່າຄົນ, ການເຝິກ ອົບຮົມຫັດແອບຄັ້ງນີ້ ໃສ່ຊື່ຫຍໍ້ເປັນພາສາອັງກິດວ່າ: “ AM-HEX 2016 ” ເພື່ອສ້າງຂີດໝາຍ
ຄວາມສຳຄັນໃຫ້ກອງທັບປະເທດອາຊຽນບວກໄດ້ຮັບການຍົກລະດັບຄວາມຮູ້-ຄວາມສາມາດໃນການຊີ້ນຳ-ນຳພາ ແລະບັນຊາກຳ ລັງຕົວຈິງໃຫ້ແກ່ກົມ
ກອງລວມໝູ່ ແລະພະນັກງານ-ນັກຮົບໃຫ້ມີໄຫວພິບ, ມີຄວາມຊຳນິຊຳນານໃນການປະຕິບັດ ໜ້າທີ່ເຄື່ອນໄຫວແກ້ໄຂສະພາບການທີ່ອາດຈະເກີດຂຶ້ນໃນ
ອະນາຄົດ ໃຫ້ມີປະສິດທິພາບສູງຜົນງານຂອງການເຝິກອົບຮົມຫັດແອບດັ່ງກ່າວ ກະຊວງປ້ອງກັນປະເທດຕົກລົງປະດັບຫຼຽນໄຊພິລາດອາດຫານ ຊັ້ນ II ໃຫ້
ແກ່ກົມກອງ ລວມໝູ່ 5 ກົມກອງ ແລະບຸກຄົນ 21 ສະຫາຍ, ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ກົມກອງລວມໝູ່ 6 ກົມກອງ ແລະບຸກຄົນ 30 ສະ
ຫາຍ ແລະໃບຍ້ອງຍໍກະຊວງປ້ອງກັນປະເທດ 24 ສະຫາຍ, ຍ້ອງຍໍກົມໃຫຍ່ການເມືອງກອງທັບອີກຈຳນວນໜຶ່ງຢ່າງສົມກຽດ.

     ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງຄະນະຮັບຜິດຊອບບັ້ນເຝິກອົບຮົມຫັດ
ແອບ ແລະພະນັກງານ-ນັກຮົບທີ່ເຂົ້າຮ່ວມຄັ້ງນີ້ ທ່ານໄດ້ຮຽກຮ້ອງໃຫ້ຈົ່ງພ້ອມກັນເສີມສ້າງທ່າແຮງທາງດ້ານກຳລັງ ແລະຄວາມຊຳນິຊຳນານໃຫ້ແກ່ການກະ
ກຽມປະຕິບັດງານທາງດ້ານການແພດທະຫານ ແລະການຊ່ວຍເຫຼືອເພື່ອມະນຸດສະທຳ ແລະບັນເທົາທຸກໄພພິບັດຮ່ວມກັນກັບພົນລະເຮືອນ ພ້ອມທັງໝູນໃຊ້
ເຂົ້າໃນວຽກງານຕົວຈິງໃນການແກ້ໄຂສະພາບການທີ່ອາດຈະເກີດຂຶ້ນໃນສະເພາະໜ້າໃຫ້ມີປະສິດທິພາບສູງ.