ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ
ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

     ສະຫາຍ ພົນໂທ ເລືອງ ເກື່ອງ ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງ
ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 18-20 ກັນຍາ 2018 ນີ້, ຕາມຄໍາເຊີນຂອງສະຫາຍ ພົນໂທ ວິໄລ ຫຼ້າ
ຄຳຟອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ກະຊວງປ້ອງກັນປະເທດ ໂດຍມີ
ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ
ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ.


ພົນໂທ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມຢ້ຽມຢາມ ສປປ ລາວ

     ພາຍຫຼັງສໍາເລັດການຕ້ອນຮັບຢ່າງເປັນທາງການ ທັງສອງຝ່າຍກໍໄດ້ພົບປະຢ່າງເປັນທາງການ ເຊິ່ງໃນໂອກາດນີ້, ສະຫາຍ ພົນໂທ ເລືອງ ເກື່ອງ ໄດ້ກ່າວ
ສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມ ສປປ ລາວ, ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຂອງສະຫາຍ
ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິ
ວັດລາວ, ປະຊາຊົນລາວ ກໍຄືກອງທັບປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ
ຊາດ, ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ-ລັດ, 2
ກອງທັບ ຫວຽດນາມ-ລາວ ທີ່ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ໂດຍສະເພາະການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານພັກ-ວຽກ
ງານການເມືອງ ແລະ ອື່ນໆ.

     ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບຄະນະຜູ້ແທນການເມືອງຂັ້ນສູງກອງ
ທັບປະຊາຊົນຫວຽດນາມທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງໄດ້ນໍາເອົາຄວາມສາມັກຄີຮັກແພງໄມຕີຈິດມິດຕະພາບອັນດູດດື່ມ
ຖານສະຫາຍອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ອົບອຸ່ນທີ່ສຸດມາສູ່ກອງທັບປະຊາຊົນລາວ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນ ການສືບຕໍ່ເສີມ
ຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນ ເຊື້ອລະຫວ່າງສອງພັກ-ສອງລັດ, ສອງກອງທັບ ແລະ ປະ
ຊາຊົນ 2 ຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ນັ້ນໃຫ້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

     ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ຍັງໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນການຈັດຕັ້ງປະຕິບັດອະນຸສັນຍາການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ
ລະຫວ່າງ 2 ຝ່າຍ ໃນຂົງເຂດວຽກງານພັກ-ວຽກງານການເມືອງໃນສົກປີຜ່ານມາ, ສັງຮວມແລ້ວໃນປີຜ່ານມາການປະຕິບັດອະນຸສັນຍາຮ່ວມມືລະຫວ່າງ
ສອງກະຊວງ ກໍຄືແຜນການຮວ່ມມືຂອງສອງກົມໃຫຍ່ການເມືອງກອງທັບພວກເຮົາໄດ້ບັນລຸໝາກຜົນທີ່ໜ້າເພິ່ງພໍໃຈ, ກົນໄກຈັດຕັ້ງປະຕິບັດອະນຸສັນຍາ
ໄດ້ມີການສົມທົບ-ປະສານງານນໍາກັນຢ່າງກົມກຽວ, ແໜ້ນແຟ້ນ ແລະມີປະສິດທິຜົນດີ, ບົນຈິດໃຈຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ
ສອງຊາດ, ສອງກອງທັບ, ສອງກົມ ໃຫຍ່ການເມືອງກອງທັບລາວ-ຫວຽດນາມອັນແທ້ຈິງ.

     ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານສະຫວ່າງສອງຊາດ ສອງກອງທັບ, ທິດທາງຮ່ວມມືລະ
ຫວ່າງສອງກົມໃຫຍ່ການເມືອງກອງທັບພວກເຮົາໃນປີ 2018 ບົນພື້ນຖານແມ່ນປະຕິບັດຕາມອະນຸສັນຍາລະຫວ່າງສອງກະຊວງປ້ອງກັນປະເທດ, ໂດຍສະ
ເພາະແມ່ນສອງກົມໃຫຍ່ການເມືອງກອງທັບ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານພັກ-ວຽກງານການເມືອງໃນສະພາບການອັນໃໝ່ ສະເໜີໃຫ້
ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມສືບຕໍ່ຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ, ຊ່ວຍເຫຼືອໂຄງການ
ຫຼັກສູດ ແລະ ຕຳລາສິດສອນລະບົບກໍ່ສ້າງປະລິນຍາຕີ 4 ປີ (ຂັ້ນກອງຮ້ອຍ) ແລະ ລະບົບບຳລຸງທິດສະດີຊັ້ນສູງ 5 ເດືອນ. ຊ່ວຍເຫຼືອບຳລຸງ ແລະກໍ່ສ້າງ ອາ
ຈານສອນການເມືອງຂັ້ນປະລິນຍາໂທປີລະ 6 ຄົນ, ປະລິນຍາຕີປີລະ 8 ຄົນ, ຂໍນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມມາຊ່ວຍເກັບກຳຂໍ້ມູນຂ່າວ
ສານໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ຈຳນວນ 3 ຄົນ, ກຳນົດເວລາ 15 ວັນ ແລະ ອື່ນໆອີກຈໍານວນໜຶ່ງ.