ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ຊີ້ນໍາການ​ກໍ່ສ້າງ​ສະໜາມບິນ​ທົ່ງ​ໄຫ​ຫີນ


     ໃນລະຫວ່າງວັນທີ 15-16 ສິງຫາ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະ
ເທດ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາໂຄງການປັບປຸງ ແລະ ຟື້ນຟູສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ.

     ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າຊີ້ນໍາໂຄງການພັດທະນາສະໜາມບິນທົ່ງໄຫຫີນ ໄດ້ລາຍງານຫຍໍ້ກ່ຽວ
ກັບໂຄງການພັດທະນາສະໜາມບິນ ທົ່ງໄຫຫີນວ່າ: ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບໂຄງການພັດທະນາສະໜາມບິນ ທົ່ງໄຫຫີນ ຂອງ ກະຊວງ
ປ້ອງກັນປະເທດ ສະບັບເລກທີ 527/ກປທ ລົງວັນທີ 12/2/2019 ຄະນະຮັບຜິດຊອບ ພວກເຮົາກໍໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງລົງກວດກາ
ແລະ ວາງແຜນການຈັດຕັ້ງປະຕິບັດກ່ຽວກັບແຜນການປັບປຸງ ເດີ່ນບິນທົ່ງໄຫຫີນຊຽງຂວາງ ໂດຍສະເພາະແມ່ນການກໍ່ສ້າງ ແລະ ປັບປຸງລະບົບເສັ້ນທາງ, ການແກ້ໄຂສິ່ງ
ກີດຂວາງ, ກວດກາບັນດາສາງເກົ່າ, ບ່ອນທີ່ຈະຕິດຕັ້ງສະຖານີວິທະຍຸສື່ສານທາງໄກ, ລະບົບໄຟເຍືອງທາງ, ເຍືອງເດີ່ນ ແລະ ສິ່ງກໍ່ສ້າງອື່ນໆ ຕາມລະບົບການກໍ່ສ້າງສະ
ໜາມບິນ ແລະ ໄດ້ມອບໃຫ້ສອງບໍລິສັດຮັບເໝົາກໍ່ສ້າງ ແລະ ລົງທຶນກ່ອນຄື: ບໍລິສັດໄຊທານີ ກໍ່ສ້າງຂົວທາງຈໍາກັດ ຮັບເໝົາກໍ່ສ້າງພື້ນຖານໂຄງລ່າງ ແລະ ບໍລິສັດທີເຄ
(TK) ກໍ່ສ້າງຕິດຕັ້ງໄຟຟ້າຈໍາກັດຮັບເໝົາກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ. ເຊິ່ງພາຍຫຼັງມອບໝາຍທັງສອງບໍລິສັດ ກໍດໍາເນີນການກໍ່ສ້າງມາຮອດປັດຈຸບັນກໍມີຫຼາຍໜ້າວຽກໄດ້
ຮັບການຈັດຕັ້ງປະຕິບັດ, ມີຄວາມຄືບໜ້າ, ບາງໜ້າວຽກພວມດໍາເນີນການກະກຽມລົງມືກໍ່ສ້າງເພື່ອໃຫ້ສໍາເລັດຕາມແຜນການທີ່ ກະຊວງປ້ອງກັນປະເທດ ກໍຄືລັດຖະບານ
ວາງໄວ້.

     ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນຕໍ່ຄະນະຊີ້ນໍາ, ຄະນະຮັບຜິດ
ຊອບ, ບໍລິສັດ ຮັບເໝົາກໍ່ສ້າງ ກໍຄື ຄະນະຊ່ຽວຊານ-ວິຊາການຣັດເຊຍ ໂດຍສະເພາະແມ່ນບັນດາໜ້າວຽກທີ່ຈັດຕັ້ງປະຕິບັດໄປແລ້ວ ກໍຄືືໜ້າວຽກພວມດໍາການຕ້ອງມີ
ການປະສານສົມທົບກັນເຮັດຖືກເຕັກນິກ, ຕາມແຜນຜັງ, ແຜນການ ແລະ ຮັບປະກັນຄຸນນະພາບ, ຂອດໃດທີ່ເຫັນວ່າຫຍຸ້ງຍາກກໍພ້ອມກັນແກ້ໄຂທັງນີ້ ກໍເພື່ອເຮັດໃຫ້
ການຈັດຕັ້ງປະຕິບັດວຽກ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້.

     ຂ່າວແຈ້ງຕື່ມອີກວ່າ: ໃນວັນດຽວກັນນັ້ນ (ວັນທີ 16 ສິງຫາ 2019) ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ
ສະຫາຍ ບຸນຕົ້ນ ຈັນທະພອນ ເຈົ້າ ແຂວງໆ ຊຽງຂວາງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນຳໂຄງການກໍ່ສ້າງສະໜາມຊ້ອມຮົບລົດຕັງ ລະຫວ່າງ ກອງ
ທັບປະຊາຊົນລາວ ແລະ ກອງທັບ ຣັດເຊຍ ທີ່ບ້ານແປນ ແຂວງຊຽງຂວາງ ຕື່ມອີກ.