ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍພົນຕີ ພູວົງ ວົງພົມ ຕ້ອນຮັບ
ຫົວໜ້າວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ

     ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2018 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຈັດຕະວາ ໂດ໋ ກວຽດ ຫົວໜ້າອຳນວຍການວິທະຍາຄານການແພດກອງທັບປະຊາຊົນ
ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ ສະຫາຍ ແລະ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.


ສະຫາຍພົນຕີ ພູວົງ ວົງພົມ ຕ້ອນຮັບ ຫົວໜ້າວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ

     ໃນໂອກາດນີ້ສະຫາຍຮອງລັດຖະມົນຕີໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນວິທະຍາຄານ ການແພດກອງທັບປະຊາຊົນ
ຫວຽດນາມທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດເຮົາ, ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນ
ມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ມີມາແຕ່ດົນນານແລ້ວນັ້ນລະຫວ່າງສອງພັກ, ສອງລັດ ແລະ ສອງກອງທັບລາວ-ຫວຽດ
ນາມໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ໂອກາດດຽວກັນສະຫາຍຫົວໜ້າອຳນວຍການວິທະຍາຄານການແພດກອງທັບປະຊາຊົນຫວຽດນາມໄດ້ສະ
ແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນສະໜິດສະໜົມເຕັມໄປດ້ວຍໄມຕີຈິດມິດຕະພາບຂອງສະຫາຍຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດເຮົາ, ພ້ອມດຽວກັນນີ້ກໍໄດ້ແຈ້ງເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມລາວ ແລະ ຜົນ ຂອງການພົບປະທັງສອງຝ່າຍ ແລະ ຈະເຂົ້າຮ່ວມກອງ|
ປະຊຸມສຳມະນາວິທະຍາສາດຂອງສອງວິທະຍາຄານ ການແພດກອງທັບລາວ-ຫວຽດນາມ ໃນລະຫວ່າງວັນທີ 18-19 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງ
ວຽງຈັນ.

     ໃນຕອນທ້າຍສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ອວຍພອນໃຫ້ແກ່ຄະນະ ຜູ້ແທນວິທະຍາຄານການແພດ ກອງທັບປະຊາຊົນຫວຽດ
ນາມ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ, ເຮັດວຽກຢູ່ ສປປ ລາວ ແລະ ອວຍພອນໃຫ້ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.