ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ 8 ປະຈຳໄຕມາດ II


ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານກອງປະຊຸມສ່ອງແສງລາຍງານ
ວຽກງານຮອບດ້ານເຂດ 8 ປະຈຳໄຕມາດ II ປີ 2019 ຢູ່ກອງພັນໃຫຍ່ 641

     ກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານເຂດ 8 ປະຈຳໄຕມາດ II ປີ 2019 ຈັດຂຶ້ນຢູ່ກອງພັນໃຫຍ່ 641 ໃນເດືອນ ມິຖຸນາ ນີ້, ພາຍໃຕ້ການເປັນປະທານ
ຂອງສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຜູ້ຕາງໜ້າບັນດາກົມໃຫຍ່,
ກົມນ້ອຍ, ຫ້ອງການ, ວິທະຍາຄານ ແລະ ກອງພັນໃຫຍ່ອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ໃນກອງປະຊຸມຜູ້ຕາງໜ້າບັນດາກົມກອງໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ແລະ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ກໍຄືຢູ່ໃນກົມກອງ
ຕົນເຂດ 8 ປະຈຳໄຕມາດ II ປີ 2019 ເຊິ່ງໄດ້ຍົກໃຫ້ເຫັນສະພາບການສຶກສາອົບຮົມການເມືອງ, ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ວຽກງານກໍ່ສ້າງພັກ,
ກໍ່ສ້າງພະນັກງານ ແລະ ວຽກງານອື່ນໆ. ພ້ອມນັ້ນກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນເພື່ອເປັນເອກະພາບໃນການປະຕິບັດຕາມເນື້ອໃນມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ໂດຍສະເພາະແມ່ນດ້ານວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບ ປຸງກໍ່ສ້າງກຳລັງ, ວຽກງານ
ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງ, ແກ້ໄຂຊີວິດການເປັນຢູ່, ຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ຈະເກີດຂຶ້ນໃນຕໍ່ໜ້າ ເພື່ອແນໃສ່ສ້າງກົມກອງເປັນ
ກົມກອງປອດໃສ, ປອດໄພ, ປອດຄະດີ ກາຍເປັນກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນເລື້ອຍໆ.

     ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງພ້ອມກັນເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ, ແນວຄິດໃຫ້ພະ
ນັກງານ-ນັກຮົບກົມກອງຕົນມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ຕອບຕ້ານທຸກກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ໂດຍສະເພາະສັງ
ຄົມອອນໄລ, ຍົກສູງຄວາມຮັບຜິດຊອບໃນການກວດກາແຕ່ລະຂົງເຂດວຽກງານໃຫ້ເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ພະນັກງານໃຫ້
ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດເຂັ້ມແຂງທາງດ້ານການຈັດຕັ້ງເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາປັດໄຈຕ່າງໆໃນການກໍ່ສ້າງກອງທັບ
ໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝຂຶ້ນເລື້ອຍໆ.