ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານ
ການກໍ່ສ້າງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ໃນວັນທີ 16 ມິຖຸນາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ
ໜ່ວຍພັກຮູ້ນຳພາຮອບດ້ານປະຈຳສົກ2015-2016 ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາສະຫາຍເລຂາຄະນະພັກອົງການ, ຮອງເລຂາຄະນະພັກ ແລະ ບັນດາ
ຄະນະພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ມອບທຸງໄຊໃຫ້ກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ພັນເອກ ກອງແກ້ວ ວໍລະຈິດ ກຳມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບ
ຕີລາຄາຄືນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານສົກປີ 2015-2016 ໃນໄລຍະຊຸມປີຜ່ານມາຄະນະພັກ-ຄະນະນຳກົມ
ໃຫຍ່ເສນາທິການໄດ້ເອົາໃຈໃສ່ຊີ້ນຳ-ນຳພາບັນດາຫົວໜ່ວຍການຈັດຕັ້ງແຕ່ລະຂັ້ນໃຫ້ຄວາມໃກ້ຊິດຕິດແທດ, ຄວາມສຳຄັນໃນການຄົ້ນຄວ້າເຊື່ອມຊຶມ
ກຳແໜ້ນບັນດາຄຳສັ່ງຂໍ້ກຳນົດບົດແນະນຳຂອງກົມການເມືອງສູນກາງພັກ, ຂໍ້ກຳນົດຂອງຄະນະພັກກະຊວງປ້ອງກັນປະເທດເລກທີ 64-65/ຄພກປທ, ລົງ
ວັນທີ 13/7/2005 ວ່າດ້ວຍມາດຖານ ແລະ ລະບອບກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງ ແລະ ສະມາຊິກພັກທົ່ວກອງທັບ ເປັນການປັບ
ປຸງກໍ່ສ້າງພັກ, ເພື່ອເປັນການຈັດຕັ້ງປະຕິບັດແນວທາງກໍ່ສ້າງພັກ ທັງເປັນການບຳລຸງຍົກລະດັບຄວາມຮູ້, ຄວາມສາມາດ ຄວາມເປັນເອກະພາບແຜນການ
ຊີ້ນຳ-ນຳພາ, ເອົາໃຈໃສ່ຊີ້ນຳຄະນະພັກ-ຄະນະບັນຊາຂັ້ນຕ່າງໆເຫັນໄດ້ທີ່ຕັ້ງພາລະບົດບາດຄວາມໝາຍ, ຄວາມສຳຄັນໃນການປັບປຸງກໍ່ສ້າງພັກໃຫ້ມີຄວາມ
ໜັກແໜ້ນເຂັ້ມ ແຂງ, ຜ່ານການຈັດຕັ້ງກວດກາມາດຖານເງື່ອນໄຂ ແລະ ກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກມາເຖິງປັດຈຸ
ບັນທົ່ວກົມໃຫຍ່ເສນາທິການກອງທັບມີ 23 ຄະນະພັກຮາກຖານ, ມີໜ່ວຍພັກຮາກຖານເອກະລາດ 32 ໜ່ວຍ, ມີໜ່ວຍພັກຂຶ້ນກັບຄະນະຮາກຖານ 101
ໜ່ວຍ, ໃນສົກປີ 2015-2016 ຈຳນວນກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານທົ່ວກົມໃຫຍ່ເສນາທິການກອງທັບມີ 121 ກົມກອງຮາກ
ຖານພັກ, ທຽບໃສ່ສົກປີ 2014-2015 ຈຳນວນກົມກອງໜ່ວຍພັກແຂງຮູ້ນຳພາຮອບດ້ານເພີ່ມຂຶ້ນ 8 ກົມກອງ-ໜ່ວຍພັກ, ພ້ອມດຽວກັນນີ້ ກໍຍັງໄດ້
ເອົາໃຈໃສ່ຊີ້ນຳຊຸກຍູ້ບັນດາກົມກອງຈັດຕັ້ງເພີ່ມພູນຜະລິດ ຜົນຊອກແຫຼ່ງລາຍຮັບເຂົ້າກົມກອງ, ຜ່ານການກວດກາມີຫຼາຍກົມກອງສາມາດປະຕິບັດໄດ້ລື່ນ
ຄາດໝາຍທີ່ຂັ້ນເທິງກຳນົດ 300.000-500.000 ກີບຕໍ່ຄົນຕໍ່ປີ, ໂອກາດນີ້ກອງປະຊຸມກໍໄດ້ມອບໃບຢັ້ງຢືນໃຫ້ບັນດາຫົວໜ່ວຍກົມກອງທີ່ໄດ້ຮອງຮັບ
ເປັນກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃນສົກປີຜ່ານມາ ໂດຍໃຫ້ກຽດມອບຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຫົວໜ້າກົມໃຫຍ່
ເສນາທິການກອງທັບ ພ້ອມກັນນັ້ນຍັງໄດ້ມອບທຸງໄຊໃຫ້ກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 10 ຄັ້ງ ຕິດຕໍ່ກັນມີ 13 ກົມກອງ
ໜ່ວຍພັກ, 5 ຄັ້ງຕິດຕໍ່ກັນມີ 21 ກົມກອງໜ່ວຍພັກ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ 9 ໃຫ້ກົມກອງ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງ
ກອງທັບໃຫ້ 38 ກົມກອງຢ່າງສົມກຽດ.

     ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນໄຫວຂອງ
ບັນດາກົມກອງຮາກຖານຍາດມາໄດ້ນັ້ນ, ລ້ວນແລ້ວແຕ່ແມ່ນ ຜົນງານການສູ້ຊົນຜ່ານຜ່າຄວາມຕັດສິນໃຈຂອງຄະນະພັກ-ຄະນະບັນຊາ ແລະ ພ້ອມກັນ
ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ, ນັກຮົບໃຫ້ມີຄວາມໜັກແໜ້ນເຂ້ັມແຂງຂຶ້ນກວ່າເກົ່າ,
ສືບຕໍ່ຈັດຕັ້ງປະຕິບັດທິດທາງວຽກງານປະຈຳສົກປີ 2016-2017 ທີ່ກອງປະຊຸມໄດ້ຮັບ ຮອງໃນນັ້ນໃຫ້ມີປະສິດທິພາບ ສຸມໃສ່ວຽກງານປ້ອງກັນຊາດປ້ອງ
ກັນຄວາມສະຫງົບ, ໂດຍຫັນລົງກໍ່ສ້າງຮາກຖານການເມືອງສົມທົບກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ເພື່ອສືບຕໍ່ປັບປຸງໃຫ້ບັນລຸ 4 ບຸກທະລຸ
ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ 5 ບຸກທະລຸທີ່ກອງປະຊຸມ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່
ຄັ້ງທີ V ຂອງຄະນະພັກກົມໃຫຍ່ເສນາທິການກອງທັບວາງອອກໃຫ້ປາກົດຜົນເປັນຈິງ.