ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດບົ່ງຕົວແຕ່ງຕັ້ງເລຂາ - ຮອງເລຂາຄະນະພັກຮາກຖານ ກອງພັນ 199

.
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ໃນວັນທີ 13 ພຶດສະພາ 2020 ນີ້, ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາຄະນະພັກຮາກຖານກອງພັນ 199 ໂດຍການເປັນກຽດເຂົ້າຮ່ວມເປັນ ປະທານ
ຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະ
ນັກງານສະມາຊິກພັກພາຍໃນກົມກອງເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະພັກກົມໃຫຍ່ເສນາທິການ
ກອງທັບ ວ່າດ້ວຍການແຕ່ງຕັ້ງບົງ​ຕົວເລຂາ, ຮອງເລຂາ ຄະນະພັກຮາກຖານກອງພັນ 199 ໂດຍອີງໃສ່ກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດ
ທີ II ມາດຕາທີ 12 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຍົກຍ້າຍການສິ້້ນສຸດເປັນກຳມະການ ຄະນະພັກ ແລະ ອີງໃສ່ທິດທາງປັບປຸງບູລະນະການຈັດຕັ້ງນຳພາບັນຊາໃນກອງທັບ
ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ອີງໃສ່ຄຳສະເໜີຂອງ ຄະນະພັກຮາກຖານ ກອງພັນ 199 ສະບັບ
ເລກທີ 288 ແລະ ການຄົ້ນຄວ້ານຳສະເໜີຂອງສະພາຄົ້ນຄວ້າວຽກງານພັກ ວຽກງານການເມືອງ ຂອງກົມກອງ ໃຫຍ່ເສນາທິການ ຄະນະປະຈຳພັກອົງການກົມໃຫຍ່ ຈຶ່ງ
ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ພອນແກ້ວ ສຸລິວັນວົງສາ ເປັນ ເລຂາ ຄະນະພັກຮາກຖານ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄຳຂຽນ ຊະນະພັນ ເປັນຮອງເລ
ຂາຄະນະພັກຮາກຖານ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ຍາດໄດ້ ໃນໄລຍະຜ່ານມາພ້ອມທັງຮຽກຮ້ອງ
ມາຍັງບັນດາສະຫາຍ ທີ່ໄດ້ຖືກແຕ່ງຕັ້ງຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງ
ໃຫ້ເປັນປຶກແຜ່ນແໜ້ນໜາປັບປຸງແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດ
ວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບ ໃຫ້ບຸກຄົ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ.