ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ

ປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນອົງການ ແລະ ຫົວໜ່ວຍຮາກຖານ

     ໃນວັນທີ 17 ພຶດສະພາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປັບປຸງບູລະນະກົງຈັກການຈັດ ຕັ້ງຂັ້ນອົງການ ແລະ ຫົວໜ່ວຍຮາກຖານທີ່
ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ກຳມະການຄະນະພັກ
ກະຊວງປ້ອງປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາສະຫາຍຫົວໜ້າກົມ, ຮອງກົມ, ຫ້ອງການ, ກອງພັນໃຫຍ່ 661 ແລະ ຄະ
ນະພັກ-ຄະນະບັນຊາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ຈັນທອງ ສອນຕະອາດ ເປັນປະທານກອງປະຊຸມ

ປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນອົງການ ແລະ ຫົວໜ່ວຍຮາກຖານ

     ພັນໂທ ຄຳພັນ ເຊໃຫຍ່ທຸມມະແສງ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າການຍົກຍ້າຍ ແລະ ແຕ່ງຕັ້ງ
ນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ກົມລົດຕັງ-ຍານເກາະກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດຕົກລົງຍົກຍ້າຍ ພັນໂທ ພູວຽງ ສອນສົມໃຈ
ຫົວໜ້າການ ເມືອງກອງພັນ 615 ທີ່ກັບກອງພັນໃຫຍ່ 661 ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກົມລົດຕັງ-ຍານເກາະ, ແຕ່ງຕັ້ງ ພັນໂທ ໄຊພອນ ສອນມະ
ນີ ເປັນຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກຂອງກົມລົດຕັງ
ຍານເກາະ ແຕ່ງຕັ້ງ ພັນໂທ ຄຳຈັນ ແສນມະນີ ເປັນຫົວໜ້າພະແນກຈັດຕັ້ງ-ປະກອບ, ແຕ່ງຕັ້ງ ຮ້ອຍເອກ ສີວອນ ສຸກປະເສີດ ເປັນຮອງຫົວໜ້າພະແນກ
ອົບຮົມສູ້ຮົບ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກການຂອງຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ແຕ່ງຕັ້ງ ພັນຕີ ນາງ ໄຫວພອນ
ບຸນມີໄຊ ເປັນຮອງຫົວໜ້າພະແນກສະຫະພັນແມ່ຍິງ, ແຕ່ງຕັ້ງ ພັນຕີ ອຸ່ນເຮືອນ ທິບປະວົງ ເປັນຮອງຫົວໜ້າພະແນກໂຄສະນາກົມໃຫຍ່ເສນາທິການກອງ
ທັບ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກການຂອງຫ້ອງການກົມໃຫຍ່ເສນາທິການກອງທັບ ແຕ່ງຕັ້ງ ພັນໂທ ນາງ ມະນີວັນ ເພັງສະໝຸດ
ເປັນຮອງຫົວໜ້າພະແນກການເງິນກົມໃຫຍ່ເສນາທິການກອງທັບ, ແຕ່ງຕັ້ງ ພັນຕີ ວົງໄຊ ວິໄລພັນ ເປັນຮອງຫົວໜ້າພະແນກຂາເຂົ້າ-ຂາອອກ ກົມໃຫຍ່
ເສນາທິການກອງທັບ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່
ການເມືອງກອງທັບຕົກລົງຍົກຍ້າຍ ຮ້ອຍເອກ ແສງວັນ ຈຳປາທອງ ຢູ່ໂຮງງານ 209 ໄປເປັນຮອງຫົວໜ້າພະແນກເອເລັກໂຕຣກົມສື່ສານ ກົມໃຫຍ່ເສ
ນາທິການກອງທັບ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກຂອງໂຮງງານແຜນທີ່ກອງທັບ ແຕ່ງຕັ້ງ ພັນຕີ ນາງ ວັນນີ ພອນພະຈັນ ເປັນຮອງ
ຫົວໜ້າພະແນກຫຸ້ມຫໍ່ ແລະ ສາງ, ແຕ່ງຕັ້ງ ພັນຕີ ແອຄຳ ເພຍ ມາເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະ
ນະບັນຊາອົງການສູນບັນຊາ 761 ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕ້ັງ ພັນໂທ ໄຊພອນ ວຽງມາລາ ເປັນຫົວໜ້າການທະຫານອົງການສູນບັນຊາ 761,
ແຕ່ງຕັ້ງ ພັນໂທ ພູເຂົາ ວົງລໍຄຳ ເປັນຫົວໜ້າການເມືອງອົງການສູນບັນຊາ 761, ພັນໂທ ອອດໄຊ ຈຳປາພັນ ເປັນຮອງຫົວໜ້າການທະຫານ ແລະ ພັນຕີ
ພິລາວົງ ພັກດີ ເປັນຮອງຮັບຜິດຊອບພະລາທິການອົງການສູນບັນຊາ 761, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່
ຢູ່ອົງການສູນບັນຊາ 761, ຍົກຍ້າຍ ພັນຕີ ເສີມ ບຸນຍະສານ ຮອງຫົວໜ້າການເມືອງກອງຮ້ອຍ 172 ໄປໃຫ້ອົງການສູນບັນຊາ 761 ແລະ ແຕ່ງຕັ້ງເປັນ
ຮອງຫົວໜ້າການເມືອງອົງການສູນບັນຊາ 761, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່ຢູ່ອົງການສູນບັນຊາ 761 ແຕ່ງຕັ້ງຄະນະໜ່ວຍ
ນາຍທະຫານປະຈຳການບັນຊາຂອງອົງການສູນບັນຊາ 761 ແຕ່ງຕັ້ງ ພັນໂທ ບຸນລົບ ບຸດດາຫົນ ເປັນຫົວໜ້າໜ່ວຍນາຍທະຫານປະຈຳການບັນຊາຊີ້ນຳ
ລວມ, ພັນໂທ ພົມມາ ຈັນທະລາ ເປັນຮອງຫົວໜ່ວຍຮັບຜິດຊອບວຽງານເສນາທິການ, ພັນຕີ ທອນສະຫວົດ ພົນທະສອນ ເປັນຮອງຫົວໜ້າໜ່ວຍຮັບ
ຜິດຊອບວຽກງານການເມືອງ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານບັນຊາກອງຮ້ອຍສື່ສານຂອງອົງການສູນບັນຊາ 761 ແລະ ຂໍ້ຕົກລົງວ່າດ້ວຍການ
ແຕ່ງຕັ້ງພະນັກງານບັນຊາຂັ້ນຂະແໜງການຂອງໜ່ວຍງານປະຈຳການບັນຊາອົງການສູນບັນຊາປ້ອງກັນອາກາດ 761 ໃນແຕ່ລະຂະແໜງວຽກງານໃຫ້ເໝາະ
ສົມຕາມຜົນງານ ແລະ ຄວາມຮູ້ຄວາມສາມາດຂອງແຕ່ລະຄົນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ວິຊາສະເພາະໃນສະເພາະໜ້າ ແລະ ຍາວນານຢ່າງມີປະສິດ
ທິພາບ.

     ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳກ່ຽວກັບການປັບປຸງບູລະນະການຈັດຕັ້ງໃນຄັ້ງນີ້ແມ່ນຄວາມໄວ້ເນື້ອເຊື່ອ
ໃຈຂອງຂັ້ນເທິງ ເພື່ອແນໃສ່ເຮັດໃຫ້ບັນດາເຫຼົ່າຮົບມີຄວາມເຂັ້ມແຂງ ແລະ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ,
ເປັນພະນັກງານການນຳແລ້ວຕ້ອງເປັນແບບຢ່າງໃນການເຄື່ອນໄຫວໜ້າທີ່ຕ່າງໆ, ເສີມຂະຫຍາຍຄວາມສາມັກຄີລະຫວ່າງຂັ້ນເທິງກັບຂັ້ນລຸ່ມຊ່ວຍເຫຼືອ
ເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຮຽກຮ້ອງໃຫ້ບັນດາສະຫາຍຜູ້ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ຕ້ອງຍົກສູງຄວາມຮັບຜິດຊອບ
ໜ້າທີ່ອັນໜັກໜ່ວງ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ ມີທັດສະນະຫຼັກໜັ້ນຊື່ສັດບໍລິສຸດມີສະຕິ
ເຄົາລົບນັບຖືແບບແຜນທັດສະນະມະຫາຊົນຖືກຕ້ອງ.