ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບຫໍວາງສະແດງມູນເຊື້ອປະຫວັດສາດການທະຫານປ້ອງກັນເມືອງວຽງໄຊ


ພິທີລົງນາມເຊັນບົດບັນທຶກມອບ-ຮັບຫໍວາງສະແດງພາຫະນະອາວຸດ-ຍຸດໂທປະກອນປ້ອງກັນຊາດເມືອງວຽງໄຊ

     ພິທີມອບ-ຮັບຫໍວາງສະແດງພາຫະນະອາວຸດ-ຍຸດໂທປະກອນປ້ອງກັນຊາດ ເມືອງວຽງໄຊ ແຂວງຫົວ ພັນ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ນີ້, ໂດຍເປັນກຽດ
ເຂົ້າຮ່ວມຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນ ຊາກອງບັນ
ຊາການທະຫານແຂວງຫົວພັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ທ່ານ ອາຫຼ່ຽງ ຕາງໜ້າໃຫ້ບໍລິສັດ ແສງທອງ ກໍ່ສ້າງພັດທະນາຄົບວົງຈອນ ໄດ້ຂຶ້ນສະຫຼຸບໂຄງການດັ່ງກ່າວ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ວັນທີ 24 ພະຈິກ
2018 ເປັນໄລຍະເວລາ 3 ເດືອນ ແລະ ໄດ້ສຳເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 3 ຕື້ 4 ຮ້ອຍກວ່າລ້ານກີບ ໂດຍແມ່ນສະຫາຍ ພົນຈັດຕະວາ ສຸລິນ ພອນ
ຄຳພະຈັນ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ໄດ້ຂຶ້ນກ່າວຮັບ ແລະ ລົງນາມເຊັນບົດບັນທຶກມອບ-ຮັບຢ່າງເປັນທາງ
ການ.