ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວ-ສ.ຣັດເຊຍ ສະຫຼຸບຜົນການຮ່ວມມືກວດກູ້ ແລະ
ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີສະຫຼຸບຜົນການຮ່ວມມືຂອງສອງກະຊວງປ້ອງກັນປະເທດ
ແຫ່ງສປປລາວ-ສ.ຣັດເຊຍ ເພື່ອການກວດກູ້ແລະທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ເມືອງຄຳເກີດແຂວງບໍລິຄຳໄຊ

     ພິທີສະຫຼຸບຜົນການຮ່ວມມືຂອງສອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ-ສ.ຣັດເຊຍ ເພື່ອການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງໃນ
ປາງສົງຄາມຢູ່ລາວ ເຂດກຸ່ມບ້ານທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກຸ່ມບໍລິສັດລັດພັດທະນາຊົນນະບົດໃໝ່ ໃນຕອນເຊົ້າວັນທີ
15 ມີນາ 2019, ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະຊີ້ນໍາການຮ່ວມ
ມືກຳລັງປະກອບອາວຸດ ແຫ່ງ ສ. ຮັດເຊຍ ເພື່ອກວດກູ້ ແລະ ທໍາລາຍ ລບຕ ຕົກຄ້າງຢູ່ເມືອງຄໍາເກີດ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາ
ລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ມີຄາຍອິນບຣານົບ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ.ຣັດເຊຍ ປະຈຳລາວ ພ້ອມຄະນະ, ມີບັນ
ດາຜູ້ຕາງໜ້າກະຊວງປ້ອງກັນປະເທດ, ການນໍາແຂວງບໍລິຄໍາໄຊ, ການນໍາເມືອງຄໍາເກີດ, ອຳນາດການປົກຄອງບ້ານກ່ຽວຂ້ອງ, ແຂກຖືກເຊີນຕະຫຼອດຮອດບັນດານາຍ ແລະ
ພົນທະຫານຄະນະຮັບຜິດຊອບວຽກງານແຕ່ລະດ້ານໃນການຮ່ວມມືທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

     ທ່ານ ພັນເອກ ວີເດັນສະກີ ຊີຮະເກ ວາລີຣິວິດ ຫົວໜ້າພະແນກຈັດຕັ້ງ-ວາງແຜນກົມທະຫານຊ່າງແສງ ຫົວໜ້າຄະນະປະຕິບັດງານພາກສະໜາມຂອງໜ່ວຍງານກວດ
ກູ້ລະເບີດສາກົນກຳລັງປະກອບອາວຸດ ແຫ່ງສະຫະພັນຣັດເຊຍ ແລະ ທ່ານ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ,
ຫົວໜ້າຄະນະປະຕິບັດງານພາກສະໜາມຝ່າຍລາວ ໄດ້ຜັດປ່ຽນກັນລາຍງານຜົນການຮ່ວມມືລະ ຫວ່າງກອງທັບລາວ-ຣັດເຊຍກວດກູ້ ແລະ ທໍາລາຍ ລບຕ ທີ່ຕົກຄ້າງຢູ່
ກຸ່ມບ້ານທ່າແວ້ງ ເມືອງຄຳເກີດ ລະອຽດຄື: ຜ່ານການຮ່ວມມືປະຕິບັດງານພາກສະໜາມກວດກູ້ ແລະ ທໍາລາຍ ລບຕ ເລີ່ມແຕ່ວັນທີ 15 ຕຸລາ 2018-15 ມີນາ 2019
ໃນບໍລິເວນສະໜາມທີ່ໄດ້ຮັບການຢັ້ງຢືນຄຸນນະພາບເປັນພື້ນທີ່ສໍາເລັດການກວດກູ້ ລບຕ ຈາກຫ້ອງການຄະນະກຳມະການແຫ່ງຊາດ ເພື່ອເກັບກູ້ ລບຕ ແລະ ຜູ້ຕາງໜ້າ
ກະຊວງປ້ອງກັນປະເທດໄດ້ກ່າວມອບພື້ນທີ່ປອດໄພຈາກ ລບຕ ຄືນໃຫ້ການນໍາເມືອງຄໍາເກີດ ແບ່ງປັນໃຫ້ປະຊາຊົນທ້ອງຖິ່ນຊົມໃຊ້ເນື້ອທີ່ທັງໝົດ 103 ເຮັກຕາ (ເນື້ອທີ່
ໄດ້ຖາງປ່າມີຈໍານວນ 85 ເຮັກຕາ), ໃນນັ້ນໄດ້ກວດພົບ ແລະ ທໍາລາຍ ລບຕ ຕົກຄ້າງທັງໝົດ 384 ໜ່ວຍ ໃນສະໜາມມີ 344 ໜ່ວຍ ແລະ ຢູ່ນອກສະໜາມຈໍານວນ
40 ໜ່ວຍ, ຊະນິດລະ ເບີດ ແລະ ລູກກະສູນມີດັ່ງນີ້: ບົມບີ BLU 26, BLU 61, BLU 63, BLU 66, BLU 3b, ລູກປືນ 12,7 ມມ, ລູກປືນ 57 ມມ, ຈະຫຼວດ
2,75 in, ແກັບ BLU 26, ແກັບຟິວລະເບີດກະປາງ SBU 30, ແກັບ M 904, ແກັບ M-6, ລູກປືກຄົກ 60 ມມ, ລູກປືນ 75 ມມ, ລູກປືກຄົກ 81 ມມ ແລະ MK 82
500b. ພະນັກງານວິຊາການຝ່າຍຣັດເຊຍນອກຈາກສໍາເລັດການກວດກູ້ ລບຕ ຕົກຄ້າງຢູ່ໃນບໍລິເວນສະໜາມ ດັ່ງກ່າວ ຍັງໄດ້ສໍາເລັດການເຝິກອົບຮົມວິຊາກວດກູ້ ລບຕ
ໄລຍະສັ້ນໃຫ້ແກ່ນັກວິຊາການລາວຈຳນວນ 2 ຊຸດ, ມີຜູ້ເຂົ້າຮ່ວມອົບຮົມຈຳນວນ 19 ສະຫາຍ, ວິຊາຮຽນມີຄື: ການນໍາໃຊ້ເຄື່ອງກວດລະເບີດແຕ່ລະຊະນິດຂອງຝ່າຍຣັດ
ເຊຍ ເຊັ່ນ: IMP-2 (ກວດຕື້ນ), IMP-S2 (ກວດຕື້ນ), MG-1I (ກວດເລິກ), INVU-3M (ເຄື່ອງກວດລະເບີດລະບົບເອເລັກໂຕຼນິກ) ແລະ PIPL (ເຄື່ອງກວດສາຍເຄ
ເບິນຝັງຢູ່ໃຕ້ດິນ); ການເຄື່ອນໄຫວແຕກ ແລະ ພິສູດອາວຸດລູກກະສູນແຕ່ລະຊະນິດ; ຫຼັກການຈັດວາງການທໍາລາຍອາວຸດຍຸດໂທປະກອນ; ການນໍາໃຊ້ເຄື່ອງປ້ອງກັນສະ
ເກັດ ແລະ ຈູດລະເບີດ; ບາດກ້າວການກະກຽມເຄື່ອງກວດລະເບີດເຂົ້າໃນການເຮັດວຽກຕົວຈິງ ສາມາດຕີລາຄາຄວາມຮັບຮູ້ໄດ້ 95%. ພ້ອມນັ້ນ, ທັງສອງຝ່າຍ ລາວ
ຣັດເຊຍ ໄດ້ຮ່ວມລົງນາມມອບ-ຮັບ ເຄື່ອງອຸປະກອນກວດກູ້ ລບຕ ຄົບຊຸດໃຫ້ແກ່ກອງທັບປະຊາຊົນລາວ ຈໍານວນ 1 ຊຸດ.

     ໃນພິທີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍບັນດາຜູ້ຕາງໜ້າການນໍາຂອງສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ຜັດປ່ຽນກັນປະດັບຫຼຽນ
ມິດຕະພາບ, ຫຼຽນກາ, ຫຼຽນໄຊພິລະອາດຫານ, ມອບໃບຍ້ອງຍໍ ແລະ ໃບຢັ້ງຢືນປະເພດຕ່າງໆໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນທີ່ໄດ້ປະກອບ ສ່ວນຜົນງານການ
ຮ່ວມມືໃນຂົງເຂດວຽກງານດັ່ງກ່າວຄື: ປະດັບຫຼຽນມິດຕະພາບກອງທັບປະຊາຊົນລາວ ໃຫ້ບຸກຄົນຝ່າຍຣັດເຊຍ ຈຳນວນ 56 ທ່ານ, ປະດັບຫຼຽນມິດຕະພາບກໍາລັງປະ
ກອບອາວຸດ ແຫ່ງ ສ.ຣັດເຊຍ ໃຫ້ບຸກຄົນຝ່າຍລາວມີ 17 ທ່ານ , ປະດັບຫຼຽນລະນຶກ 70 ປີ ກອງທັບປະຊາຊົນລາວ ໃຫ້ບຸກຄົນຝ່າຍຣັດເຊຍ 40 ທ່ານ, ປະດັບຫຼຽນໄຊພິ
ລະອາດຫານ ຊັ້ນ III ໃຫ້ 4 ກົມກອງ ແລະ ບຸກຄົນ 111 ທ່ານ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ 4 ກົມກອງ ແລະ ບຸກຄົນ 90 ທ່ານ, ມອບໃບຍ້ອງຍໍກົມໃຫຍ່
ການເມືອງກອງທັບໃຫ້ 4 ກົມກອງ ແລະ ບຸກຄົນ 80 ທ່ານ.

     ໃນຕອນບ່າຍຂອງວັນດຽວກັນນັ້ນ ບັນດາຜູ້ແທນທີ່ເຂົ້າຮ່ວມພິທີຍັງໄດ້ເຄື່ອນໄຫວລົງຢ້ຽມຢາມພື້ນທີ່ສະໜາມທີ່ໄດ້ສໍາເລັດການກວດກູ້ ລບຕ ແລະ ສັງເກດການ
ທໍາລາຍບົມບີ ແລະ ການທໍາລາຍ ລບຕ ປະເພດ ບົມ MK 82 500b ຢູ່ສະໜາມທໍາລາຍ ລບຕ ເພື່ອເປັນການຢັ້ງຢືນຜົນງານ ແລະ ປິດສະໜາມການຮ່ວມມື ກວດກູ້
ແລະ ທໍາລາຍ ລບຕ ຕົກຄ້າງຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ລະຫວ່າງສອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ-ສ.ຣັດເຊຍ ດ້ວຍຜົນສໍາເລັດໃຫຍ່ຫຼວງ ແລະ ມີ
ຄວາມປອດໄພຮອບດ້ານ.