ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບປະກາດການຈັດຕັ້ງຂັ້ນຮອງກົມ, ຫ້ອງການ ຈຳນວນໜຶ່ງ


ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 18 ກຸມພາ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງກົມ, ຫ້ອງການ ໂດຍການເປັນປະທານຂອງ ສະ
ຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະ
ບັນຊາ, ກົມ, ກອງ, ຫ້ອງການ, ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງເຂົ້າຮ່ວມ.

     ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງຮອງ ຫົວໜ້າກົມນະໂຍບາຍ, ຫ້ອງການກຳມະບານກອງທັບ ແລະ ອຳນວຍການຫໍສະໝຸດກອງທັບ ອີງຕາມກົດໝາຍນາຍທະ
ຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບ
ປຸງບູລະນະກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ໃນການປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດຊາດ. ດັ່ງນັ້ນ, ກະຊວງປ້ອງກັນປະເທດຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ຈັນທອນ ພັນທອງສອນ ເປັນຮອງຫົວໜ້າ
ກົມນະໂຍບາຍ, ສະຫາຍ ພັນໂທ ໜູດຳ ສຸລິໄຊ ເປັນຮອງຫົວໜ້າຫ້ອງການກຳມະບານກອງທັບ, ສະຫາຍ ພັນໂທ ດຸມເພັດ ສະຫຼຽນຄຳ ເປັນຮອງອຳນວຍ
ການຫໍສະໝຸດກອງທັບ.

     ໂອກາດນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມຕໍ່ນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນ
ເອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຊອກຮູ້ຮ່ຳຮຽນໃນດ້ານຕ່າງໆ ເພື່ອພັດທະນາຕົນເອງ ແລະ ກົມກອງ ພ້ອມກັນນັ້ນກໍຕ້ອງເສີມ
ຂະຫຍາຍຮັດແໜ້ນຄວາມສາມັກຄີພາຍໃນ ແລະ ນອກກົມກອງໃຫ້ດີ, ປັບປຸງ ແບບແຜນວິທີນຳພາ-ບັນຊາ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ
ຕາມໜ້າທີ່ການເມືອງຂອງກົມກອງ. ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.