ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງປະຈຳປີ 2018


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມ
ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງປະຈໍາປີ 2018

     ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ເຊິ່ງປະກອບມີແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ປະຈໍາປີ 2018
ແລະ ວາງທິດທາງແຜນການປີ 2019. ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 18 ກຸມພາ 2019 ນີ້, ຢູ່ກອງບັນຊາການທະຫານ ແຂວງໄຊສົມບູນ ໂດຍການເປັນປະທານ
ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນຳການພັດທະນາ 5 ແຂວງຈຸດສຸມເຂດໃຈກາງ, ມີສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງ
ແຂວງໄຊສົມບູນ, ພ້ອມດ້ວຍບັນດາຜູ້ຕາງໜ້າຄະນະກຳມະການ ປກຊ-ປກສ, ຜູ້ແທນຈາກຫ້ອງວ່າການສູນກາງພັກ, ຄະນະພັກ-ຄະນະບັນຊາກົມກອງກຳລັງຫຼວງ-ກຳລັງ
ທ້ອງຖິ່ນບັນດາແຂວງເຂດໃຈກາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມໄດ້ສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ 3 ແຂວງ ໃນໄລຍະ 1 ປີຜ່ານມາ, ເຊິ່ງໄດ້ສະຫຼຸບຕີລາຄາສະພາບລວມຂອງ
ພາກພື້ນ ແລະ ພາຍໃນປະເທດ, ເວົ້າສະເພາະກໍແມ່ນ 3 ແຂວງ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງກົມການເມືອງສູນກາງພັກ-ລັດຖະບານ, ຄະນະກໍາມະການ ປກຊ-ປກສ
ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໂດຍສະພາບລວມແລ້ວ ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນແມ່ນສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການ
ເມືອງ, ສັງຄົມມີຄວາມສະຫງົບ ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງໃຫ້ໜັກແໜ້ນ, ກໍາລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ, ປະຊາຊົນບັນດາເຜົ່າຢູ່
ທ່າງທໍາມາຫາກິນສ້າງເສດຖະກິດຄອບຄົວ ແລະ ພັດທະນາທ້ອງຖິ່ນຂອງຕົນໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆຕາມແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກ
ການຂອງພັກ, ນອກນີ້ຍັງໄດ້ສຸມໃສ່ການສຶກສາອົບຮົມນໍ້າໃຈຮັກຊາດ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການປັບປຸງກໍ່ສ້າງວຽກງານປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນຢ່າງເລິກເຊິ່ງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດຂອງທ້ອງຖິ່ນ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ໃນ
ກອງປະຊຸມຄັ້ງນີ້ບັນດາຜູ້ຕາງໜ້າຈາກ 3 ແຂວງ ໄດ້ພ້ອມກັນຂຶ້ນປະກອບຄໍາເຫັນແລກປ່ຽນບົດຮຽນ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່
ທ້ອງຖິ່ນຢ່າງກົງໄປກົງມາ ເຊິ່ງບັນດາທ່ານແມ່ນໄດ້ເປັນເອກະພາບສູງຕໍ່ບົດສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນປີ 2018 ຜ່ານມາ ແລະ ທິດທາງ
ແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2019 ໃຫ້ໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ.

     ໃນໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລ
ຍະ 1 ປີຜ່ານມາ ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ອໍານາດການປົກຄອງແຂວງ ແລະ ບັນດາກົມກອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊສົມບູນ, ແຂວງຊຽງ
ຂວາງ ແລະ ແຂວງຫົວພັນ. ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດ
ຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອຕອບຕ້ານທັບມ້າງທຸກກົນອຸບາຍມ້າງເພຂອງບັນດາອິດທິກໍາລັງປໍລະປັກ, ຮັບປະ
ກັນເຮັດໃຫ້ປະທດຊາດ ກໍຄື: 3 ແຂວງມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍປະຊາຊົນບັນດາເຜົ່າມີຄວາມຜາ
ສຸກຮົ່ມເຢັນ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ.