ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນສັນຍາຮັບເໝົາກໍ່ສ້າງໂຄງການ
ພື້ນຖານໂຄງລ່າງຂອງ 3 ຈຸດສຸມແຂວງໄຊສົມບູນ

     ວັນທີ 13 ມັງກອນ 2017 ຜ່ານມານີ້ຢູ່ທີ່ກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບ ໄດ້ມີພິທີເຊັນສັນຍາຮັບເໝົາ ກໍ່ສ້າງໂຄງການພື້ນຖານ
ໂຄງລ່າງ 3 ຈຸດສຸມ ແຂວງໄຊສົມບູນ, ໂດຍການເປັນປະທານຂອງ ທ່ານພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ຮອງຫົວໜ້າຄະ
ນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາ 3 ຈຸດສຸມແຂວງ ໄຊສົມບູນ ພ້ອມດ້ວຍຄະນະ, ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງພື້ນຖານໂຄງລ່າງ
ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

                                
                                             

     ໃນພິທີທ່ານພົນຈັດຕະວາ ບົວໄລ ພົມມະວົງ ໄດ້ກ່າວວ່າ: ຈຸດປະສົງຂອງການຮັບເໝົາກໍ່ສ້າງພື້ນຖານໂຄງລ່າງຂອງ 3 ຈຸດສຸມແຂວງ ໄຊສົມບູນ ເຊິ່ງ
ມີທັງໝົດ 4 ບໍລິ ສັດຄື: 1) ບໍລິສັດ ເອພີບີ ຮັບເໝົາ3 ໂຄງການຄື: ໂຄງການບຸກເບີກ ພື້ນທີ່ເດີ່ນບິນສຸກເສີນ, ທະລຸ ແລະຍົກລະດັບເສັ້ນທາງແຕ່ດອນ
ຫຍ້າຫາບ້ານຮົ່ມໄຊ ແລະໂຄງການກໍ່ສ້າງເສັ້ນທາງຂຶ້ນສຳນັກຈຸດສຸມດອນຫຍ້າ, 2) ບໍລິສັດສີສະເກດຮັບເໝົາ 2 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງຂຶ້ນ
ສຳນັກກຸ່ມບ້ານເມືອງ ອະນຸວົງ ແລະໂຄງການກໍ່ສ້າງ ເສັ້ນທາງຂຶ້ນສຳນັກຈຸດສຸມບ້ານ ອ່າວກາງເມືອງ, 3) ບໍລິສັດ ພີເອັດ ຮັບເໝົາ 4 ໂຄງການຄື: ໂຄງ
ການກໍ່ສ້າງສຳນັກຈຸດສຸມ ບ້ານກໍໄຮ, ກໍ່ສ້າງສຳນັກຈຸດສຸມ ບ້ານຖ້ຳໂລ້, ບຸກເບີກ ແລະປັບປຸງພື້ນທີ່ກໍ່ສ້າງສຳນັກຈຸດສຸມ ບ້ານຖ້ຳໂລ້ ແລະໂຄງການບຸກເບີກ
ແລະປັບປຸງພື້ນທີ່ກໍ່ສ້າງສຳນັກຈຸດສຸມບ້ານກໍໄຮ, 4) ບໍລິສັດວານິດກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ ຮັບເໝົາ 1 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງເຂົ້າ
ເຂດພື້ນທີ່ການຜະລິດໃໝ່ ບ້ານອອມ ດັ່ງນີ້ເປັນຕົ້ນ.

     ໃນພິທີລົງນາມເຊັນສັນຍາ ໂຄງການກໍ່ສ້າງຄັ້ງນີ້ ຕາງໜ້າ ກະຊວງປ້ອງກັນປະເທດ ໂດຍ ແມ່ນທ່ານພົນຈັດຕະວາ ບົວໄລ ພົມມະວົງ, ໂດຍມີ 4 ບໍ
ລິສັດ ແລະພະນັກງານທຸກພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພະຍານ.