ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວໂທລະຄົມອຸປະຖຳເງິນສົດ 30 ລ້ານກີບ ໃຫ້ແກ່ກົມໃຫຍ່ການເມືອງກອງທັບ

     ໃນວັນທີ 16 ມັງກອນ 2017 ນີ້, ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມ ພ້ອມດ້ວຍ 3 ອົງການຈັດຕັ້ງທີ່ກ່ຽວຂ້ອງ
ຄື: ພະແນກຊາວໜຸ່ມ, ແມ່ຍິງ ແລະພະແນກຈັດຕັ້ງບໍລິສັດລາວໂທລະຄົມໄດ້ນຳເອົາເງິນສົດຈຳນວນ 30 ລ້ານກີບມາມອບໃຫ້ແກ່ກົມໃຫຍ່ການເມືອງກອງ
ທັບເພື່ອນຳໄປຊື້ຜ້າຫົ່ມ ແລະເສື້ອກັນໜາວໄປແຈກຢາຍໃຫ້ພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ ຢູ່ທາງພາກ
ເໜືອ ເຊິ່ງຕາງໜ້າ ກ່າວຮັບໂດຍ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ແລະມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

                                
                                             

     ໂອກາດນີ້ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມພ້ອມ
ດ້ວຍຄະນະ ທີ່ໄດ້ນຳເອົາເງິນຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນວ່າຈະນຳເອົາເງິນຈຳນວນດັ່ງກ່າວນີ້ໄປຊື້ຜ້າຫົ່ມ ແລະເສື້ອກັນໜາວ
ໃຫ້ຄົບຕາມຈຳນວນເງິນ ແລະຈະນຳໄປແຈກຢາຍໃຫ້ກັບອ້າຍນ້ອງພະນັກງານ-ນັກຮົບທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ທາງພາກເໜືອໃຫ້ທົ່ວ
ເຖິງ, ພ້ອມທັງໄດ້ມອບໃບສົມມະນາບຸນຄຸນ ໃຫ້ກັບບໍລິສັດດັ່ງກ່າວອີກດ້ວຍ.