ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດລົງພົບປະຢ້ຽມຢາມ
ພະນັກງານບຳນານ ຜູ້ເສຍອົງຄະ ແລະ ໂຮງໝໍ 103

     ໃນວັນທີ 17 ມັງກອນ 2017 ນີ້, ຄະນະນຳກະຊວງປ້ອງກັນປະເທດ ໄດ້ແບ່ງກັນນຳພາຄະນະນາຍທະຫານຂັ້ນສູງອ້ອມຂ້າງກະຊວງປ້ອງກັນປະເທດ
ລົງເຄື່ອນໄຫວພົບປະຢ້ຽມຢາມພະນັກງານບຳນານ, ຜູ້ເສຍອົງຄະ ແລະພະນັກງານ-ນັກຮົບທີ່ພວມນອນພະຍາບານຕົວຢູ່ໂຮງໝໍ 103, ເນື່ອງໃນໂອກາດ
ວັນສ້າງຕັ້ງກອງທັບປະຊາຊົນລາວໄດ້ໝູນວຽນມາບັນຈົບຮົບຮອບ 68 ປີ (20 ມັງກອນ 1949-20 ມັງ ກອນ 2017).


                                             

     ໃນນີ້, ສະຫາຍ ພົນຕີ ວິໄລ ຫລ້າຄຳຟອງ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ
ກອງທັບ ໄດ້ນຳພາຄະນະລົງພົບປະຢ້ຽມຢາມສູນເສຍອົງຄະ (686), ສະຫາຍ ພົນຕີ ພູວົງ ວົງພົມ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ໄດ້ນຳພາຄະ ນະລົງພົບປະຢ້ຽມຢາມສູນເສຍອົງຄະ (489), ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ນຳພາຄະນະລົງພົບປະຢ້ຽມຢາມພະນັກງານບຳນານອາວຸໂສບ້ານຈັດສັນ (194) ຫ້ວຍໝາກພິກ, ສະ
ຫາຍ ພົນຕີ ອ່ອນສີ ແສນສຸກ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳພາຄະນະລົງພົບປະຢ້ຽມຢາມພະນັກງານ-ນັກຮົບທີ່ກຳລັງ
ນອນພະຍາບານຕົວຢູ່ໂຮງໝໍ 103 ແລະສະຫາຍ ພົນຈັດຕະວາ ວົງຄຳ ພົມມະກອນ ຄະນະປະຈຳພັກ, ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ນຳພາ
ຄະນະລົງພົບປະຢ້ຽມຢາມສູນເສຍອົງຄະພິເສດ (790). ເຊິ່ງຢູ່ແຕ່ລະແຫ່ງບັນດາສະຫາຍຄະນະນຳກະຊວງປ້ອງກັນປະເທດ ລ້ວນແຕ່ໄດ້ນຳເອົາຄວາມຢື້
ຢາມຖາມຂ່າວອັນອົບ ອຸ່ນຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະຄວາມເປັນຫ່ວງເປັນໄຍຂອງພັກ-ລັດ ແລະຄະນະນຳກະ ຊວງປ້ອງກັນປະເທດ
ມາສູ່ພະນັກງານ-ນັກຮົບແຕ່ລະສະຫາຍພ້ອມດ້ວຍຄອບຄົວ.