ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ
ຕ້ອນຮັບເອກອັກຄະລາດຊະທູດຫວຽດນາມຄົນໃໝ່ເຂົ້າຢ້ຽມຂໍ່ານັບ

     ໃນຕອນບ່າຍຂອງວັນທີ 17 ມັງກອນ 2017 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ. ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມ
ການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງ້ຽນ ບ໋າ ຮຸ້ງ ເອກອັກຄະລາດຊະທູດວິສາມັນ
ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຄົນໃໝ່ປະຈຳລາວຢ່າງເປັນ ທາງການ.

                                
                                             

     ໃນພິທີຕ້ອນຮັບທີ່ເຕັມໄປດ້ວຍບັນຍາກາດແຫ່ງມິດຕະພາບ ແລະຄວາມສາມັກຄີພິເສດ. ທ່ານ ຫງ້ຽນ ບ໋າ ຮຸ້ງ ໄດ້ກ່າວສະແດງຄວາມຂອບອົກຂອບ
ໃຈຕໍ່ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງກ່າວວ່າຈະສຸມທຸກຄວາມສາມາດຂອງຕົນເຂົ້າໃນການເຄື່ອນ
ໄຫວເຮັດໜ້າທີ່ການທູດທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລັດ ແລະຈະສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດ ແລະການຮ່ວມມືຮອບດ້ານຂອງ
ສອງພັກ, ສອງລັດເຮົາໃຫ້ນັບມື້ໄດ້ຮັບການພັດທະນາໃຫ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ຕະຫຼອດໄລຍະທີ່ຜ່ານມາປະຊາຊົນສອງຊາດຫວຽດນາມ-ລາວອ້າຍ
ນ້ອງແມ່ນໄດ້ມີສາຍພົວພັນມິດຕະພາບແບບພິເສດມີມູນເຊື້ອຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນແຕ່ດົນນານແລ້ວ, ບໍ່ວ່າໃນເວລາສົງຄາມ ແລະຍາມສະ
ຫງົບສອງຊາດພວກເຮົາກໍຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອກັນດ້ວຍຄວາມຈິງໃຈ.

     ທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຮົາ ກໍໄດ້ກ່າວສະແດງຄວາມປິຕິຍົນດີຕໍ່ ທ່ານ ຫງ້ຽນ ບ໋າ ຮຸ້ງ ຢ່າງຈິງໃຈ ພ້ອມທັງອວຍພອນໃຫ້ທ່ານເອກ
ອັກຄະລາດຊະທູດຄົນໃໝ່ຈົ່ງມີສຸຂະພາບແຂງແຮງ.