ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການເຝິກແອບສວນສະໜາມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ບັນລຸ 90%


ການເຝິກແອບສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

     ການເຝິກແອບສວນສະໜາມກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະຈັດຂຶ້ນຢູ່ວິທະຍາຄານກົມມະດຳ ໃນວັນ
ທີ 20 ມັງກອນ 2019 ນີ້. ມາຮອດປັດຈຸບັນສາມາດຕີລາຄາຄວາມເປັນເອກະພາບ, ເຂັ້ມແຂງ ແລະ ຈົບງາມປະມານ 90%.

     ພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ຜ່ານການປັບປຸງຮູບແບບການເຝິກແອບຕັ້ງແຕ່ກ້ອນກຳລັງສວນສະ
ໜາມຕ່າງໆຕະຫຼອດຮອດກ້ອນພາຫະນະການ ສະແດງເປີດສາກລາຍການຂອງສິລະປະກອນກອງທັບ ແລະ ສະແດງມວຍປ້ອງກັນຕົວຂອງເຫຼົ່າຮົບຕີພິເສດສືບຂ່າວມາຮອດ
ປັດຈຸບັນນີ້ບັນລຸ 90% ແລະ ຈະເຝິກຊ້ອມທົດລອງເຂົ້າສູ່ລະບົບພິທີການຄົບຊຸດໃນວັນທີ 18 ທັນວານີ້ ເພື່ອປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ສ່ວນວັນທີ 4 ມັງກອນ ຈະສະ
ແດງຜ່ານຄະນະປະຈຳພັກກະຊວງປ້ອງກັນປະເທດ, ວັນທີ 14 ມັງກອນ ສະແດງຜ່ານລາຍການຄັ້ງທີ I ແລະ ວັນທີ 17 ມັງກອນ ແມ່ນສະແດງຜ່ານລາຍການຄັ້ງທີ II ເຊິ່ງ
ຈະມີຄະນະນຳກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາຕະຫຼອດຮອດກະຊວງທະບວງກົມ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຄັບຄາໜາແໜ້ນ.

     ພັນເອກ ບຸນເຕົ້າ ທອງມະນີລາ ຍັງກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ການເຝິກແອບ ແລະ ການສະແດງໃນມ້ືສະເຫີຼມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ປະສົບຜົນ
ສຳເລັດຢ່າງຈົບງາມສົມກຽດສັກສີນັ້ນ ກ່ອນອື່ນແມ່ນຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະພາກສ່ວນກົມກອງທີ່ເຂົ້າຮ່ວມສວນສະໜາມປຸກລະດົມແນວຄິດຈິດໃຈ
ຂອງພະນັກງານ-ນັກຮົບທຸກສະຫາຍທີ່ເຂົ້າຮ່ວມໃຫ້ເຊື່ອມຊຶມຢ່າງເລິກເຊິ່ງມີຄວາມຕັດສິນໃຈສູງສຸດຖືເອົາການເຝິກແອບແມ່ນບັ້ນຮົບໜຶ່ງທີ່ເປັນບ່ອນເຝິກຝົນຫຼໍ່ຫຼອມທັດ
ສະນະຄຸນສົມບັດຄຸນທາດການເມືອງ ແລະ ຄວາມເດັດດ່ຽວໜ່ຽວແໜ້ນ ຄວາມເສຍສະຫຼະເພື່ອສ່ວນລວມຂອງຕົນ ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ
ເພື່ອປະສານສົມທົບກັນຢ່າງແໜ້ນແຟ້ນກົມກຽວລະຫວ່າງກົມກອງຕ່າງໆເພື່ອໃຫ້ການເຝິກແອບລົງໂຕ, ພິເສດທ່ີສຸດແມ່ນຮຽກຮ້ອງໃຫ້ຄຸ້ມຄອງລະບຽບວິໄນຢ່າງເຂັ້ມງວດ
ຮັບປະກັນການໄປມາຢູ່ກິນ ແລະ ຮັກສາສຸຂະພາບຂອງພະນັກງານ-ນັກຮົບທຸກຄົນທີ່ເຂົ້າຮ່ວມໃຫ້ແຂງແຮງ ເພື່ອເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້ປະສົບຜົນສຳ
ເລັດຢ່າງສົມກຽດ.