ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ຄະນະຜູ້ແທນເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ

     ໃນວັນທີ 15 ທັນວາ 2017 ນີ້, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະ
ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍສະຫາຍ ພົນໂທ ເສີນ
ຈ້າວຫາຍ ຫົວໜ້າເສນາທິການ ຮອງຜູ້ບັນຊາການເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ຄະນະເດີນທາງ
ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 14-16/ 2017 ນີ້.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ

     ໂອກາດນີ້, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ ສະຫາຍ ພົນໂທ ເສີນ ຈ້າວຫາຍ ຫົວໜ້າເສນາ
ທິການ ຮອງຜູ້ບັນຊາການເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງຊາດ, ສອງ
ກອງທັບ ລາວ-ຈີນ ໃນໄລຍະຜ່ານມາ, ການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນຄັ້ງນີ້, ເຊິ່ງເປັນການ
ປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ລາວ-ຈີນ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

     ສະຫາຍ ພົນໂທ ເສີນ ຈ້າວຫາຍ ກໍໄດ້ກ່າວສະແດງຄວາມຂອບໃຈນຳ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ
ພ້ອມທັງໄດ້ກ່າວລາຍງານເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ພ້ອມ
ທັງລາຍງານໝາກຜົນຂອງການພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ ແລະ ຄະນະນຳກົມໃຫຍ່ເສນາທິ
ການກອງທັບປະຊາຊົນລາວ ທັງນີ້ກໍເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍໝາກຜົນຂອງສອງລັດຖະມົນຕີກະຊວງປ້ອງກັນປະເທດໄປຢ້ຽມຢາມຊາຍແດນໃນໄລ
ຍະຜ່ານມາໃຫ້ປະກົດຜົນເປັນຈິງ.