ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງ ວັນສ້າງຕັ້ງກອງພັນໃຫຍ່ 703 ຄົບຮອບ 35 ປີ
ຈັດຂຶ້ນດ້ວຍບັນຍາກາດອັນຟົດຟື້ນ


ສະຫາຍ ພົນຕີ ພູວົງ ວົງພົມ ກຳມະການ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 703 ຄົບຮອບ 35 ປີ (12/11/1984-12/ 11/2019) ໄດ້ຈັດຂຶ້ນດ້ວຍບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍ
ອັນເລິກເຊິ່ງໃນວັນທີ 12 ພະຈິກນີ້, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດຜູ້ແທນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ສະຫາຍ ພັນເອກ ຄໍາມ້າວ ວໍລະເດດ ກຳມະການຄະນະພັກ, ຫົວໜ້າ ການທະຫານກອງພັນໃຫຍ່ 703 ໄດ້ກ່າວຄວາມເຫັນ ຕໍ່ພິທີວ່າ: ໃນທ່າມກາງບັນຍາກາດທົ່ວ
ພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນກອງພັນ
ໃຫຍ່ 703 ພວມສຸມທຸກກໍາລັງໃສ່ການເຝິກແອບ ຮ່ໍາຮຽນວິຊາສະເພາະເຕັກນິກ ເຮືອບິນທີ່ພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດ ປະກອບໃຫ້ກົມກອງຂອງພວກ
ເຮົາດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດທີ່ໜ້າພໍໃຈ. ນີ້ແມ່ນເປັນຂີດໝາຍໃໝ່ໃນການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວເວົ້າລວມ, ເວົ້າສະ
ເພາະກໍແມ່ນກອງພັນໃຫຍ່ 703 ພວກເຮົາ ແລະ ເປັນບາດລ້ຽວໃໝ່ທາງປະຫວັດສາດຂອງ ກອງທັບ, ກອງພັນໃຫຍ່ 703 ໄດ້ສ້າງຕັ້ງຂຶ້ນໃນ ວັນທີ 12 ພະຈິກ 1984
ເຊິ່ງມີອາຍຸໄດ້ 35 ປີພໍດີ ແລະ ກໍເປັນເວລາແຫ່ງການປັບປຸງກໍ່ສ້າງກົມກອງໃນທຸກດ້ານຕະຫຼອດໄລຍະ 35  ປີ ຜ່ານມາກອງພັນໃຫຍ່ 703 ເຄີຍມີມູນເຊື້ອ ແລະ ຜົນງານ
ຢ່າງຫຼວງຫຼາຍໄດ້ປະກອບສ່ວນສ້າງບົດບາດ ແລະ ມູນເຊື້ອໃຫ້ແກ່ ກອງທັບປະຊາຊົນລາວຕະຫຼອດມາ, ມູນເຊື້ອ ແລະ ຜົນງານດັ່ງກ່າວນັ້ນແມ່ນມາຈາກການຊີ້ນໍາ-ນໍາພາ
ຈັດຕັ້ງປະຕິບັດຂອງ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນ, ພະນັກງານ-ນັກຮົບແຕ່ລະ ຮຸ່ນຈົນເຖິງປັດຈຸບັນພາຍໃຕ້ ການຊີ້ນໍາຢ່າງໃກ້ຊິດຂອງກະຊວງປ້ອງກັນປະເທດ.

     ຕະຫຼອດໄລຍະ 35 ປີຜ່ານມາ ກອງພັນໃຫຍ່ 703 ໄດ້ສ້າງຖັນແຖວພະນັກງານ ວິຊາສະເພາະ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງພະນັກງານເຕັກນິກວິຊາ
ສະເພາະການບິນເຊັ່ນ: ນັກບິນ, ນາຍຊ່າງສ້ອມແປງເຮືອບິນທຸກຂະແໜງການ, ນາຍຊ່າງສ້ອມແປງລົດ, ວິຊາການສື່ສານ, ນັກໂດດຈ້ອງ ແລະ ວິຊາສະເພາະຢ່າງຕໍ່ເນື່ອງ,
ຮຽນທິດສະດີໃຫ້ນັກບິນ-ນາຍຊ່າງຢູ່ກັບທີ່ເຊັ່ນ: ປ່ຽນຊະນິດເຮືອບິນຕ່າງໆສ້າງນັກບິນສອງ, ນັກບິນໜຶ່ງ ແລະ ນັກບິນອາຈານ, ນາຍຊ່າງຊັ້ນຕົ້ນເຮືອບິນຂຶ້ນຊື່ ແລະ ເຮືອ
ບິນປີກ, ນາຍຊ່າງຊັ້ນກາງທຽບເທົ່າ, ນັກໂດດຈ້ອງ ແລະ ວິຊາສະເພາະອື່ນໆ ໄດ້ຈໍານວນບໍ່ໜ້ອຍ, ພາຫະນະຂັ້ນເທິງປະກອບໃຫ້ມີເຮືອບິນຫຼາຍຊະນິດທີ່ທັນສະໄໝ. ນອກ
ນັ້ນຍັງໄດ້ປະຕິບັດຕາມແຜນການຊີ້ນຳຂອງ ກະຊວງປ້ອງກັນປະເທດໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງ ໂດຍສະເພາະແມ່ນປະຕິບັດຕາມ 4 ໜ້າ
ທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ໂດຍໄດ້ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານປະຊາຊົນໃນ 7 ບ້ານອ້ອມຂ້າງຂອງກົມກອງ, ເຮັດ
ໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ວຽກງານກໍ່ສ້າງພັກ-ພະນັກງານຍາມໃດກໍໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ນາຍ ແລະ ພົນ ທະຫານທາງດ້ານການເມືອງ- ແນວ
ຄິດ, ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງກົມກອງ, ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ຍົກສູງບົດບາດການນຳພາຂອງພັກ, ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3
ທິດນຳຂອງການກໍ່ສ້າງພັກໃນປັດຈຸບັນ. ຕໍ່ຜົນງານດັ່ງກ່າວ ເຮັດໃຫ້ກົມກອງໄດ້ຮັບນາມມະຍົດເປັນກອງວີລະຊົນ 1 ກົມກອງຄື: ກອງພັນ 302, ເປັນກອງພິລະອາດຫານ
1 ກົມກອງຄື: ກອງພັນ 303, ທົ່ວກົມກອງໄດ້ຮັບນາມມະຍົດ ເປັນນັກຮົບແຂ່ງຂັນ 12 ສະຫາຍ, ໄດ້ຫຼຽນໄຊອິດສະຫຼະຊັ້ນ II ມີ 3 ຫຼຽນ, ຫຼຽນໄຊອິດສະຫຼະຊັ້ນ III ມີ 4
ຫຼຽນ, ຫຼຽນໄຊແຮງງານຊັ້ນ I ມີ 1 ຫຼຽນ, ຫຼຽນໄຊແຮງງານຊັ້ນ II ມີ 2 ຫຼຽນ, ຫຼຽນໄຊແຮງງານ ຊັ້ນ III ມີ 4 ຫຼຽນ, ຫຼຽນໄຊພິລະອາດຫານຊັ້ນ II ມີ 12 ຫຼຽນ, ຫຼຽນ
ໄຊພິລະອາດຫານຊັ້ນ III ມີ 5 ຫຼຽນ, ຫຼຽນໄຊມິດຕະພາບຂອງ ສສ ຫວຽດນາມ 1 ຫຼຽນ, ກົມກອງລວມໝູ່ໄດ້ຮັບຫຼຽນປະເພດຕ່າງໆ 70 ຫຼຽນ ແລະ ບຸກຄົນທີ່ມີໜ້າ
ໄດ້ຮັບຫຼຽນປະເພດຕ່າງໆ 937 ຫຼຽນ.

     ຕອນທ້າຍພິທີຍັງໄດ້ຮັບຊົມການສາທິດພັບທຸງຊາດຕິດເກາະໃສ່ເຮືອບິນ, ວິທີແກ່ທຸງຂອງເຮືຶອບິນ, ຊົມວິທີກອບກູ້ຊ່ວຍເຫຼືອຄົນຂອງຈຸບິນ ແລະ ຮັບຊົມໂດດຈ້ອງ
ຕື່ມອີກ.