ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຄະນະພັກ-ຄະນະບັນຊາກອງ “ ກ 2 ”

     ພິທີປະກາດການຈັດຕັ້ງຢູ່ກອງ “ກ 2” ຈັດຂຶ້ນໃນວັນທີ 11 ພະຈິກ 2016 ນີ້, ຢູ່ທີ່ສະໂມສອນກອງຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ; ມີ ທ່ານ ພົງສະຫວັນ ສິດທະວົງ
ກຳມະການສູນກາງ ພັກ ເຈົ້າແຂວງໆໄຊຍະບູລີ; ມີບັນດາສະຫາຍກົມຈັດຕັ້ງພັກ, ກົມພະນັກງານ, ຫ້ອງວ່າການກະຊວງ ແລະບັນດາສະຫາຍກໍາມະການ
ພັກແຂວງ, ເຈົ້າເມືອງໄຊຍະບູລີ, ເມືອງພຽງ, ຄະນະພັກກອງບັນຊາການທະຫານແຂວງ, ປກສ ແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກອງ “ກ 2”
ເຂົ້າຮ່ວມ.

        
        ທ່ານ ພົນໂທຈັນ ສະໝອນ ຈັນຍາລາດ ເປັນປະທານປະກາດແຕ່ງຕັ້ງຄະນະພັກ-ຄະນະບັນຊາກອງ “ ກ 2 ”

     ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານ ໄດ້ຂຶ້ນຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 46/ນຍ ວັນທີ 14/10/2016 ວ່າ
ດ້ວຍການຍົກຍ້າຍພະນັກງານຮັບໜ້າທີ່ໃໝ່, ດໍາລັດຂອງນາຍົກລັດຖະມົນຕີ ເລກທີ 367 ແລະເລກທີ 368/ນຍ ວັນທີ 14/10/2016. ວ່າດ້ວຍການ
ແຕ່ງຕັ້ງຫົວໜ້າການເມືອງ ແລະຫົວໜ້າການທະຫານກອງ “ກ 2” ແລະຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 3564/ກປທ ວັນທີ 16/9/2016
ວ່າດ້ວຍການແຕ່ງຕັ້ງຮອງການທະຫານກອງ “ກ 2” ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ກະຊວງປ້ອງກັນປະເທດ, ອີງໃສ່ກົດໝາຍ
ວ່າດ້ວຍນາຍທະຫານກອງທັບກອງທັບປະຊາຊົນລາວ ສະບັບເລກທີ 07/ສພຊ, ລົງວັນທີ 22 ຕຸລາ 2004 ມາດຕາ 21 ຂໍ້ 2 ແລະອີງຕາມໜັງສື ສະ
ເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 340/ຄຈສພ, ລົງວັນທີ 7 ຕຸລາ 2016. ນາຍົກລັດຖະມົນຕີຄໍາສັ່ງຍົກຍ້າຍ ພັນເອກ ຄໍາຫຼ້າ ວົງວິໄລ
ຫົວໜ້າການເມືອງກອງ “ກ 2” ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາ ການທະຫານແຂວງຫຼວງພະບາງ, ແຕ່ງຕັ້ງ ພັນເອກ ພັນແສງ ບຸນພັນ ເປັນຫົວໜ້າການ
ເມືອງກອງ “ກ 2”, ແຕ່ງຕັ້ງ ພັນເອກ ວຽງແກ້ວ ສີສຸລາດ ເປັນຫົວໜ້າການທະຫານກອງ “ກ 2” ແຕ່ງຕັ້ງ ພັນໂທ ຄໍາດີ ໄຊຍະວົງ ເປັນຮອງຫົວໜ້າ
ການທະຫານທັງເປັນຫົວໜ້າຫ້ອງເສນາທິການ.

    ພັນເອກ ສົມບັດ ບຸນຄໍາກົງ ຮອງຫົວໜ້າກົມຈັດຕັ້ງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກກະຊວງປ້ອງກັນປະເທດ ເລກທີ 3154/ຄພກປທ, ວັນທີ 26/8/2016 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ-ຮອງເລຂາ ແລະກໍາມະການຄະນະພັກກອງ “ກ 2” ຄະນະປະຈໍາພັກກະຊວງປ້ອງກັນປະເທດ ບົ່ງຕົວ
ແຕ່ງຕັ້ງ ພັນເອກ ພັນແສງ ບຸນພັນ ຫົວໜ້າການເມືອງ ຂຶ້ນເປັນເລຂາຄະນະພັກ, ບົ່ງຕົວແຕ່ງຕັ້ງ ພັນເອກ ວຽງແກ້ວ ສີ ສຸລາດ ຂຶ້ນເປັນຮອງເລຂາຄະນະ
ພັກ ແລະບົ່ງຕົວແຕ່ງຕັ້ງ ພັນໂທ ຄໍາດີ ໄຊຍະວົງ ຫົວໜ້າຫ້ອງເສນາທິການ ຂຶ້ນເປັນກໍາມະການຄະນະພັກ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ເປັນກຽດໂອ້ລົມ ແລະໃຫ້ທິດຊີ້ນໍາບາງບັນຫາ ເປັນຕົ້ນແມ່ນເພີ່ມທະວີບົດບາດການນຳຂອງແຕ່ລະ
ສະຫາຍໃຫ້ສູງ ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ກໍຄືປະຊາຊົນມອບໝາຍໃຫ້, ເອົາໃຈໃສ່ຍົກສູງບົດບາດເປັນຄັນທຸງເຕົ້າໂຮມຄວາມສາມັກ
ຄີພາຍໃນພັກໃຫ້ເປັນປຶກແຜ່ນແໜ້ນໜາ, ກຳແໜ້ນຫຼັກການພື້ນຖານຂອງການເຮັດວຽກຂອງພະນັກງານບັນຊາ-ນໍາພາທຸກຂັ້ນບົນພື້ນ ຖານຫຼັກການ
ລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແລະແບ່ງບຸກຄົນຮັບຜິດຊອບ ໂດຍຖືເອົາການ ດໍາເນີນຊີວິດການເມືອງພາຍໃນພັກ ເພື່ອເປັນການສະຫຼຸບ
ຖອດຖອນບົດຮຽນເສີມຂະຫຍາຍຈຸດດີ ແກ້ໄຂຈຸດອ່ອນ ຂໍ້ຂາດຕົກບົກຜ່ອງ ເພື່ອເປັນການປັບປຸງແບບແຜນວິທີເຮັດວຽກມີແບບແຜນດໍາລົງຊີວິດ
ປອດໃສ.